ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນຕີ ວົງຄຳ ພົມມະກອນ ລົງກວດກາໂຄງການກໍ່ສ້າງຄ້າຍກອງຮ້ອຍເຄື່ອນທີ່ໄວ
ເວລາອອກຂ່າວ: 2018-11-19 10:32:07 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1090 | ຄວາມນິຍົມ:



ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ພົນຕີ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະ ຊວງ, ຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ພ້ອມດ້ວຍ ທ່ານ ພົນຈັດຕະວາ ລຳພອນ ນົນຈັນທະ ວົງ ຫົວ ໜ້າກົມກໍ່ສ້າງ-ຄຸ້ມຄອງ ມີຄະນະກົມແຜນການ-ການ ເງິນ, ກົມໃຫຍ່ເຕັກນິກ, ກົມກວດ ກາ ໄດ້ລົງກວດກາໂຄງການກໍ່ ສ້າງຄ້າຍກອງຮ້ອຍເຄື່ອນທີ່ໄວ ກອງພັນໃຫຍ່ 11 ໂດຍມີພັນເອກ ບຸນສົງ ພິມມະວົງ ເລຂາຄະນະ ພັກ, ຫົວໜ້າການເມືອງກອງພັນ ໃຫຍ່ 11 ພ້ອມຄະນະໃຫ້ການ ຕ້ອນຮັບ. ໃນນັ້ນກໍໄດ້ຮັບຟັງການລາຍ ງານສະພາບການກໍ່ສ້າງພື້ນ ຖານໂຄງລ່າງ ແລະ ສະພາບ ຂໍ້ສະດວກຂໍ້ຫຍຸ້ງຍາກໃນການ ຈັດ ຕັ້ງປະຕິບັດວຽກງານຕົວຈິງ ກໍຄື ໂຄງການກໍ່ສ້າງກອງຮ້ອຍ ເຄື່ອນທີ່ໄວທີ່ສ້າງເປັນກອງຮ້ອຍ ຈຸດສຸມຕົວແບບໃນທຸກດ້ານສາ ມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງຂັ້ນເທິງ ເມື່ອມີຄໍາສັ່ງ. ນອນນັ້ນກໍຍັງເປັນ ການປັບປຸງກົມກອງໃຫ້ມີບາດ ກ້າວທີ່ເຂັ້ມແຂງ ແລະ ທັນສະ ໄໝເປັນກ້າວໆ. ເຊິ່ງເລີ່ມລົງມື ກໍ່ສ້າງມາແຕ່ເດືອນກັນຍາ 2018 ຈົນມາຮອດກາງເດືອນ ພະຈິກນີ້ເຫັນວ່າມີຄວາມຄືບໜ້າ ພໍສົມຄວນ ແລະ ກຳນົດເວລາໃນ ການກໍ່ສ້າງ 2 ປີໃນນັ້ນລວມມີ ການກໍ່ສ້າງເຮືອນນອນ, ເຮືອນ ມ້ຽນລົດ, ສາງອາວຸດ, ສາງອຸ ປະໂພກ, ສະໜາມຫັດແອບ ແລະ ອື່ນໆ. ປັດຈຸບັນການບຸກເບີກອະ ນາໄມໜ້າດິນ ແລະ ການກໍ່ສ້າງ ທັງໝົດ 30%, ໂດຍແມ່ນຂັ້ນ ເທິງ ສະໜອງທຶນໃຫ້ ລວມມູນ ຄ່າການກໍ່ສ້າງທັງໝົດ 13.500.000 (ສິບສາມຕື້ຫ້າ ຮ້ອຍລ້ານກີບ) ເຊິ່ງໂຄງການ ດັ່ງກ່າວນີ້ແມ່ນຈະໃຫ້ສຳເລັດ ໃນປີ 2021. ໂດຍ: ອິນກອງ ສຸກໄຊຍະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ