ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ແຂວງອັດຕະປື ແລະ ແຂວງກອນຕູມ ສສ ຫວຽດນາມ ສືບຕໍ່ຊອກຫາ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ເວລາອອກຂ່າວ: 2024-10-03 14:49:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1449 | ຄວາມນິຍົມ:



ວັນທີ 03 ຕຸລາ 2024 ນີ້, ຄະນະປະຕິບັດງານພິເສດ ແຂວງອັດຕະປື ສປປ ລາວ ແລະ ຄະນະສະເພາະກິດແຂວງກອນຕູມ ສສ ຫວຽດນາມ ໄດ້ຈັດກອງປະຊຸມຜ່ານແຜນການປຶກສາຫາລື ສືບຕໍ່ຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງອັດຕະປື ສົກປີ 2024-2025, ຢູ່ທີ່ກອງບັນຊາການທະຫານແຂວງອັດຕະປື, ເຊິ່ງແຂວງກອນຕູມ ນໍາໂດຍ ສະຫາຍ ນາງ ອີ ງອັກ ຄະນະປະຈໍາພັກແຂວງ ຮອງຄະນະກຳມະການປະຊາຊົນແຂວງ ຫົວໜ້າຄະນະສະເພາະກິດແຂວງກອນຕູມ ສສ ຫວຽດນາມ ແລະ ຝ່າຍລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງອັດຕະປື, ມີຄະນະສະເພາະກິດ, ຄະນະປະຕິບັດງານພິເສດທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຕາງໜ້າໃຫ້ຄະນະປະຕິບັດງານພິເສດແຂວງອັດຕະປື ໄດ້ກ່າວຕ້ອນຮັບ ສະຫາຍ ນາງ ອີ ງອັກ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກທີ່ໄດ້ ເຊັນກັນລະຫວ່າງ ຄະນະປະຕິບັດງານພິເສດແຂວງອັດຕະປື ກັບ ຄະນະສະເພາະກິດແຂວງກອນຕູມ ກ່ຽວກັບການສືບຕໍ່ຊອກຫາ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງອັດຕະປື ລະດູແລ້ງ ສົກປີ 2024 – 2025. ເຊິ່ງວຽກງານຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໃດ້ເສຍສະຫຼະຊີວິດແຕ່ລະປາງສົງຄາມ ຢູ່ ແຂວງອັດຕະປື ໃນໄລຍະຜ່ານມາ ແມ່ນມີຄວາມສັບສົນຫຼາຍສົມຄວາມ ເພາະພູມີປະເທດມີການປ່ຽນແປງໄປຫຼາຍ ບຸກຄົນທີ່ຮູ້ຂໍ້ມູນຝັງອັດຖິ ກໍໄດ້ເສຍຊີວິດໄປຫຼາຍ, ການຂຸດຄົ້ນ-ຊອກຫາ ສ່ວນຫຼາຍແມ່ນຄາດເດົາ ແລະ ກະຕວງເອົາ.ແຕ່ເຖິງຢ່າງໃດກໍ່ຕາມ ທາງຄະນະປະຕິບັດງານພິເສດແຂວງອັດຕະປື ພ້ອມໜ່ວຍງານທີ່ກ່ຽວຂ້ອງ ຈະເຮັດທຸກຢ່າງສຸດຄວາມສາມາດ ແລະ ລະດົມຂົນຂວຍທຸກຊັ້ນຄົນ ເພື່ອອຳນວຍທຸກຄວາມສະດວກທຸກສິ່ງຢ່າງ ໃຫ້ກອງ K53 ເຮັດໜ້າທີ່ຢ່າງສະດວກ ແລະ ມີປະສິດທິຜົນສູງ. ສຳລັບການຮ່ວມມືໃນການຊອກຫາອັດຖິ ແມ່ນເປັນສ່ວນໜຶ່ງປະກອບສ່ວນເຂົ້າໃນ ຄວາມສາມັກຄີແບບພິເສດ ແລະ ການຮ່ວມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະກໍຄືກອງບັນຊາການທະຫານແຂວງອັດຕະປື ກັບ ແຂວງກອນຕູມ ໃຫ້ໝັ້ນຄົງທະນົງແກ່ນເລື່ອຍໆ. ໂອກາດນີ້ ຜູ້ແທນທັງສອງຝ່າຍກໍ່ໄດ້ພ້ອມກັນເຊັນບົດບັນທຶກການເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ວຽກງານ ຊອກຫາອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງອັດຕະປື ສົກປີ 2024-2025 ໃຫ້ມີຄວາມສະດວກ ແລະ ມີຜົນສໍາເລັດຢ່າງຈົບງາມ. ໂດຍ: ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ