ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ມອບອຸປະກອນຮັບໃຊ້ ການສ້ອມແປງ ໃຫ້ກອງພັນໃຫຍ່ 661
ເວລາອອກຂ່າວ: 2024-10-03 14:41:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1649 | ຄວາມນິຍົມ:



ໃນວັນທີ 02 ຕຸລາ 2024 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ມອບອຸປະກອນຮັບໃຊ້ການສ້ອມແປງ ໃຫ້ກອງພັນໃຫຍ່ ລົດຕັງ-ຍານເກາະ 661, ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ມີສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ຕາງໜ້າກົມລົດຕັງ-ຍານເກາະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ອຸປະກອນຮັບໃຊ້ການສ້ອມແປງ ແລະ ໝໍ້ໄຟລົດສູ້ຮົບ ຈໍານວນ 18 ລາຍການ ພ້ອມທັງໄດ້ມອບເງິນຈໍານວນໜຶ່ງ ເພື່ອໝູນເຂົ້າໃຊ້ໃນການປັບປຸງເຂດເຕັກນິກ ກອງພັນໃຫຍ່ 661 ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ແລະ ສະຫາຍ ຫົວໜ້າກົມເຕັກນິກເຫຼົ່າຮົບ ທີ່ໄດ້ນໍາເອົາ ອຸປະກອນຮັບໃຊ້ການສ້ອມແປງ ແລະ ເງິນມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຈະນໍາໃຊ້ອຸປະກອນສ້ອມແປງ ແລະ ເງິນຈໍານວນດັ່ງກ່າວ ເຂົ້າໃນວຽກງານຕົວຈິງໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ໂດຍ: ນາງ ໜູແດງ ແລະ ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ