ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ສຳເລັດ​ກອງ​ປະຊຸມ​ໃຫຍ່ ສະມາຊິກ​ພັກ ຄັ້ງ​ທີ VI
ເວລາອອກຂ່າວ: 2024-10-03 09:49:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 787 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະ​ມາ​ຊິ​ພັກຄັ້ງ​ທີ VI ຂອງ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ວັນ​ທີ 13 ກັນຍາ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກແຂກ​ຖືກ​ເຊີນ, ພະແນກການ​ກ່ຽວຂ້ອງ ແລະ ສະມາຊິກ​ພັກ​ສົມບູນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພິ​ດາ​ວັນ ພີມ​ເຮືອງ​ສີ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ, ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ແລະ ບົດ​ສຳ​ຫຼວດ​ການ​ນຳພາ​ລວມ ຂອງ​ຄະນະ​ພັກ​ຮາກ​ຖານ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ຄະນະ​ພັກ​ຮາກ​ຖານ​ສ້າງ​ມາໄດ້​ໃນ​ໄລຍະ​ຜ່າ​ນາ​ມາ ເປັນຕົ້ນ​ແມ່ນ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ​ເປັນ​ປະຈຳ, ນຳ​ເອົາ​ບັນດາ​ເອກະສານ​ຕ່າງໆ​ມາ​ຈັດ​ຕັ້ງ​ເຜີຍແຜ່, ເຊື່ອມ​ຊຶມ ຕິດ​ພັນ​ກັບ​ການຈັດຕັ້ງ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ຢ່າງ​ປົກກະຕິ ໄປ​ພ້ອມ​ກັບ​ການ​ຊຸກຍູ້​ສ້າງ​ຂະ​ບວນ​ການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ, ຂະ​ບວນ​ການ​ກິລາກາຍຍະກຳ, ກິລາ​ການ​ທະຫານ-ກິລາ​ມວນ​ຊົນ ແລະ ອື່ນໆ, ນຳພາ-ຊີ້​ນຳ​ຈັດ​ຕັ້ງ​ກຳ ລັງ​ເຄື່ອນ​ໄຫວ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢູ່​ເຂດ​ຫຼໍ່​ແຫຼມ​ຕ່າງໆ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ ແລະ 4 ເນື້ອ​ໃນ 4 ຄາດໝາຍ, ຮັບປະກັນ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ຈັດ​ຕັ້ງ​ອົບຮົມ​ກຳລັງ​ໄຟ​ແບກ​ຫາບ 1 ຄັ້ງ, ສ້າງ​ບ້ານ​ປ້ອມ​ໝັ້ນ​ໄດ້ 28 ບ້ານ, ສ້າງ​ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ໄດ້ 9 ກຸ່ມ, ຈັດ​ຕັ້ງ​ຊ້ອມ​ຮົບ​ຂັ້ນ​ກອງພັນ 1 ຄັ້ງ, ອົບຮົມ​ວິຊາ​ສຶກ​ສາ​ປ້ອງ​ກັນ​ຊາດ​ໃຫ້​ນັກຮຽນ-ນັກ​ສຶກ​ສາ 5 ຄັ້ງ, ມີ 29 ໂຮງຮຽນ, ອົບຮົມ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ຂອງ​ແຂວງ 2 ຄັ້ງ, ອົບຮົມ​ວຽກ​ງານ​ການ​ທະຫານ​ທ້ອງຖິ່ນ ໃຫ້​ຫົວໜ້າ​ຂະແໜງການ​ທະຫານ​ທ້ອງຖິ່ນ​ກອງ​ບັນຊາ​ການ​ທະຫານ​ເມືອງ ແລະ ຫົວໜ້າ​ກອງຮ້ອຍ​ກອງ​ຫຼອນ​ເຂດ 1 ຄັ້ງ, ເປີດ​ຮຽນ​ນາຍ​ສິບ​ລະບົບ​ກໍ່ສ້າງ, ບຳລຸງ ແລະ ທະຫານ​ໃໝ່​ພັນທະ​ປ້ອງ​ກັນ​ຊາດ​ໄດ້​ເປັນ​ປົກກະຕິ, ຊີ້​ນຳ​ບັນດາ​ກົມ​ກອງ​ຮາກ​ຖານ​ເຄື່ອນ​ໄຫວ​ສາລະ​ເວ ເພື່ອ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຢູ່​ຕາມ​ບໍລິເວນ​ຊາຍ​ແດນ, ຕາມ​ຈຸດ​ເປົ້າ​ໝາຍ​ຕ່າງໆ, ເຂດ​ຍຸດ​ທະ​ສາດ​ທີ່​ສຳຄັນ​ເຊັ່ນ: ສຳນັກງານ-ອົງການ, ເຂື່ອນ​ໄຟຟ້າ, ສາງ-ຄັງ ໄດ້​ເປັນ​ຢ່າງ​ດີ, ຈັດ​ຕັ້ງ​ກຳລັງ​ປະ ຈຳການ​ກຽມພ້ອມ​ສູ້​ຮົບ​ເປັນ​ລະບົບ​ຄົບ​ຊຸດ​ພ້ອມ ທັງ​ເຮັດ​ໜ້າທີ່​ກຳ​ແໜ້ນ​ສະພາບ​ການ​ຜັນ​ແປ​ຂອງ​ດິນ​ຟ້າ​ອາກາດ ເພື່ອ​ມີ​ສະຕິ​ໃນ​ການ​ກອບ​ກູ້​ໄພພິບັດ​ທາງ​ທຳ​ມະ​ຊາດ ແລະ ໄດ້​ກະກຽມ​ກຳລັງ​ເຂົ້າ​ຊ່ວຍ​ເມື່ອ​ມີ​ກໍລະນີ​ເກີດ​ຂຶ້ນ. ສະຫາຍ ເລຂາ​ຄະນະ​ພັກ​ຮາກ​ຖານ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ນອກຈາກ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ຄະນະ​ພັກ​ຮາກ​ຖານ ຍັງ​ໄດ້​ຖື​ສຳຄັນ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ ສຸມ​ໃສ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໄປ​ຄຽງ​ຄູ່​ ກັບ​ການ​ບຳລຸງ-ກໍ່ສ້າງ​ພະນັກງານ ຕາມ​ທິດ 3 ຮຸ່ນ 3 ປະເພດ, ຮັບປະກັນ​ໄດ້​ລັກສະນະ​ສືບ​ທອດ​ປ່ຽນ​ແທນ, ດ້ານ​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ໂດຍ​ປະຕິບັດ​ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ໄດ້​ຊີ້​ນຳ​ພະນັກງານ-ນັກຮົບ ເອົາໃຈໃສ່​ຕໍ່​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ, ສຸມ​ໃສ່​ປູກຝັງ ແລະ ລ້ຽງສັດ ເພື່ອ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ. ຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ເຫັນ​ດີ​ເປັນ​ເອກະ​ພາບ​ເລືອກ​ເອົາ ສະຫາຍ ພັນ​ເອກ ພິ​ດາ​ວັນ ພີມ​ເຮືອງ​ສີ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ວິ​ສັນ ທິບ​ວົງສາ ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ແສງ​ອາ​ລຸນ ດວງ​ດາລາ ເປັນ​ປະທານ​ການ​ກວດກາ​ພັກ, ສະຫາຍ ພັນ​ໂທ ທອງ​ພັນ ແກ້ວ​ປະເສີດ, ສະຫາຍ ພັນ​ໂທ ແກ້​ອຸດອນ ເພັງ​ພະຈັນ, ສະຫາຍ ພັນ​ໂທ ຄຳ​ແບ່ງ ວົງ​ມີ​ຈິດ ແລະ ສະຫາຍ ພັນ​ໂທ ກັນຍາ ບໍ​ລິ​ວັນ ເປັນ​ກຳມະການ​ຄະນະ​ພັກ​ຮາກ​ຖານ. ສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ໄດ້​ຍ້ອງຍໍ​ຊົມເຊີຍ​ຕໍ​ຜົນງານ​ທີ່​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ສ້າງ​ມາ​ໄດ້​ໃນ​ໄລຍະ 5 ປີຜ່ານມາ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ການຈັດຕັ້ງ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມີ​ສຳເລັດ, ນຳພາ-ຊີ້​ນຳ ຫ້ອງ​ເສນາ​ທິ​ການ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ, ບົນ​ພື້ນຖານ​ຕ້ອງ​ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ສອດ​ຄອງ, ເຮັດ​ວຽກ​ເປັນ​ໝູ່​ຄະນະ, ລວມ​ສູນ​ປະຊາທິປະໄຕ, ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ ສິ່ງ​ສຳຄັນ​ແມ່ນ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ພາຍ​ນອກ​ໃຫ້​ກວ້າງຂວາງ ເພື່ອ​ນຳພາ​ກົມ​ກອງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ. ໂດຍ: ສີ​ທອງ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ