
ພະນັກງານ-ນັກຮົບກົມແຜນທີ່ ແລະ ໂຮງງານແຜນທີ່ ທັດສະນະ ທ່ຽວຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານ ທ່ານ ຜູ້ນຳ
ເວລາອອກຂ່າວ: 2024-10-03 09:42:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 538 | ຄວາມນິຍົມ:
ວັນທີ 1 ຕຸລາ 2024 ນີ້, ພະນັກງານ-ນັກຮົບກົມແຜນທີ່ ແລະ ໂຮງງານແຜນທີ່ ກົມໃຫຍ່ເສນາທິການກອງທັບ ນຳໂດຍ ສະຫາຍ ພັນເອກ ໄອສຳລານ ຄຳມາວົງ ຮອງຫົວໜ້າກົມແຜນທີ່ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍພະນັກງານ-ນັກຮົບກົມແຜນທີ່ ແລະ ໂຮງງານແຜນທີ່ ໄດ້ໄປທັດສະນະທັດສະນະສຶກສາ-ທ່ຽວຊົມ ຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານ ປະທານ ໜູຮັກ ພູມສະຫວັນ ຈຸດປະສົງກໍເພື່ອໂຄສະນາປຸກລະດົມ-ຊຸກຍູ້ຂະບວນ
ການເນື້ອໃນຕາມ 7 ຂໍ້ແຂ່ງຂັນ ຂອງກົມໃຫຍ່ເສນາທິການກອງທັບ ປະຈຳປີ 2024, ຕິດພັນກັບຂະບວນການສ້າງຜົນງານກະກຽມຂ່ຳນັບຮັບຕ້ອນກອງປະ
ຊຸມໃຫຍ່ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ຄັ້ງທີ VII ໃຫ້ມີບັນຍາກາດຟົດຟື້ນ, ເບີກບານ-ມ່ວນຊື່ນ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ.
ພ້ອມກັນນີ້ ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮູ້ຕໍ່ຄຸນງາມຄວາມດີຜົນງານອັນຍິ່ງໃຫຍ່ຂອງບັນດາທ່ານຜູ້ນຳການປະຕິວັດທີ່ໄດ້ອຸທິດກາຍ, ສະຕິປັນຍາຕະຫຼອດຊີວິດຂອງຕົນເພື່ອຊາດ, ເພື່ອພາລະກິດປະຕິວັດ, ເຫັນໄດ້ທາດແທ້ມູນເຊື້ອວິລະກຳອັນລ້ຳເລີດຂອງກອງທັບປະຊາຊົນລາວ ທີ່ຕໍ່ສູ້ຢ່າງພິລະອາດຫານ, ທົນທານກ້າແກ່ນ, ເດັດດ່ຽວ-ໜຽວແໜ້ນ ມີນ້ຳໃຈຍອມເສຍສະຫຼະອັນສູງສົ່ງ, ຜົນງານໄຊຊະນະອັນໃຫຍ່ຫຼວງຂອງກອງທັບ ຍາດມາໄດ້ໃນໄລຍະຜ່ານມາ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງກອງທັບເຮົາໃນປັດຈຸບັນ, ຜົນງານທີ່ຍິ່ງໃຫຍ່ ນ້ຳໃຈເສຍສະຫຼະອັນສູງສົ່ງ ຂອງ ປະທານ ໜູຮັກ ພູມສະຫວັນ ແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງທີ່ໜັກແໜ້ນ, ມີນ້ຳໃຈຮັກຊາດ, ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານລະບຽບວິໄນ ແລະ ການຈັດຕັ້ງ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ສຶກສາຮ່ຳຮຽນເອົາຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງ, ນ້ຳໃຈປະຕິວັດ ອັນເລິກເຊິ່ງເຖິງຖອງ ສຸດກົກສຸດປາຍຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອປະເທດຊາດ ເຊິ່ງໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ໝູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃຫ້ເກີດດອກອອກຜົນ ແລະ ກາຍເປັນພະນັກງານ-ສະມາຊິກພັກ-ນັກຮົບ ຮຸ່ນສືບທອດທີ່ດີ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ