
ບໍລິສັດພີເອັດແອວ ເຊີວິດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ມອບເຄື່ອງກິລາໃຫ້ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2024-10-03 09:36:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:
ວັນທີ 26 ກັນຍາ 2024, ຕາງໜ້າບໍລິສັດພີເອັດແອວ ເຊີວິດກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວໂດຍ ສະຫາຍ ຮ້ອຍເອກ ເພັດທອນ ສຸຍະວົງ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງກິລາ ຈຳນວນ 32 ຊຸດ ລວມມູນຄ່າ 4.000.000 ກວ່າກີບ, ມາມອບໃຫ້ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ພູວຽງ ດາວັນນາຮັກ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ.
ການມອບເຄື່ອງກິລາໃນຄັ້ງນີ້, ເພື່ອເປັນການປະກອບສ່ວນ, ຊຸກຍູ້ເຂົ້າໃນວຽກງານຂະບວນການດ້ານຕ່າງໆ ຂອງກົມກອງ ແລະ ສະແດງເຖິງຄວາມສາມັກຄີຮັກແພງ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ບໍລິສັດດັ່ງກ່າວ ກັບ ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ.
ໂດຍ : ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ