ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ມອບເງິນຊຸກຍູ້ຂະບວນການປັບປຸງກົມກອງຂອງກອງພົນທີ 5
ເວລາອອກຂ່າວ: 2018-11-19 10:27:55 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1147 | ຄວາມນິຍົມ:



ໃນວັນທີ 13 ພະຈິກ 2018 ນີ້, ພັນເອກ ເລວັນທຶກ ຫົວໜ້າ ການເມືອງບໍລິສັດມິດຕະພາບ 206 ຕາງໜ້າໃຫ້ແກ່ກອງບັນຊາ ການທະຫານເຂດ 5 ກອງທັບປະ ຊາຊົນຫວຽດນາມ ພ້ອມຄະນະ, ໄດ້ນຳເອົາເງິນ ຈຳນວນ 1 ຕື້ດົງ (ສະກຸນເງິນຫວຽດນາມ) ມາ ມອບໃຫ້ກອງພົນທີ 5 ໂດຍການ ກ່າວຮັບໂດຍ ພັນໂທ ສີປະເສີດ ເຜີຍຄຳສີງ ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງກອງ ພົນທີ 5 ກອງທັບປະຊາຊົນລາວ ພ້ອມຄະນະ. ໃນໂອກາດມາຄັ້ງນີ້, ພັນເອກ ເລວັນທຶກ ໄດ້ກ່າວສະແດງ ຄວາມຢ້ຽມຢາມຖາມຂ່າວສະ ແດງຄວາມຮັກແພງເຖິງຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບຢູ່ໃນທົ່ວກອງພົນທີ 5, ອວຍພອນໃຫ້ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງ ສອງພັກ, ສອງລັດ, ສອງຊາດ ລາວ-ຫວຽດນາມ, ຫວຽດນາມ - ລາວ ແມ່ນສອງກອງທັບທີ່ມີມູນ ເຊື້ອການຕໍ່ສູ້ ໄດ້ຕໍ່ສູ້ຄຽງບ່າ ຄຽງໄຫຼ່ກັນຕະຫຼອດມາ ເວົ້າ ລວມ, ເວົ້າສະເພາະກໍຄືການພົວ ພັນຮ່ວມມືລະຫວ່າງກອງພົນທີ 5 ກອງທັບປະຊາຊົນລາວ ກັບ ທະຫານເຂດ 5 ກອງທັບປະຊົນ ຫວຽດນາມ ທີ່ຍາມໃດກໍໄດ້ພົວ ພັນຮ່ວມມືກັນຢ່າງສະໜິດແໜ້ນ ຢູ່ສະເໝີ. ໂອກາດດັ່ງກ່າວ ພັນ ໂທ ສີປະເສີດ ເຜີຍຄຳສີງ ກໍໄດ້ ສະແດງຄວາມຂອບອົກຂອບໃຈ ໃນການຊ່ວຍເຫຼືອໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາ ເງິນຈຳນວນດັ່ງກ່າວນຳໃຊ້ເຂົ້າ ໃນໜ້າທີ່ວຽກງານຂອງກົມກອງ ໃຫ້ມີຜົນປະໂຫຍດສູງສຸດ ພ້ອມ ທັງອວຍພອນໃຫ້ສາຍພົວພັນ ການຮ່ວມມືທັງສອງພັກ, ສອງ ລັດ, ສອງກອງທັບ ກໍຄືກອງພົນ ທີ 5 ກອງທັບປະຊາຊົນລາວ ກັບ ເຂດ 5 ກອງທັບປະຊາຊົນ ຫວຽດນາມ ຈົ່ງພ້ອມກັນສືບຕໍ່ ເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມືພິເສດຮອບດ້ານໃຫ້ຈະ ເລີນງອກງາມຕະຫຼອດການລະ ນານ. ໂອກາດດັ່ງກ່າວກໍຍັງໄດ້ ມອບໃບກຽດຕິຄຸນໃຫ້ແກ່ ພັນ ເອກ ເລວັນທຶກ ທີ່ໄດ້ປະກອບ ສ່ວນເງິນເຂົ້າໃນປັບປຸງກໍ່ສ້າງ ພື້ນຖານໂຄງລ່າງຂອງກອງພົນ ທີ 5 ໃນໂອກາດວັນສ້າງຕັ້ງກອງ ທັບຄົບຮອບ 70 ປີຕື່ມອີກ . ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ