ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2019
ເວລາອອກຂ່າວ: 2019-05-27 10:15:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ໃນວັນ 16 ພຶດສະພາ 2019 ນີ້, ກອງບັນຊາການທະຫານ ແຂວງຫລວງພະບາງໄດ້ເປີດຂະ ບວນການແຂ່ງຂັນຍ້ອງຍໍ ພາຍ ໃຕ້ຄໍາຂວັນຮັກຊາດ ແລະ ພັດ ທະນາ ປະຈໍາປີ 2019 ຂຶ້ນ ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຊູ ດວງ ຄໍາມີ ກຳມະການ ຄະນະປະຈໍາພັກ ແຂວງ ຫົວໜ້າການເມືອງ ແລະ ສະຫາຍ ພົນຈັດຕະວາ ຄໍາຫລ້າ ວົງວິໄລ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຫຼວງພະບາງ ມີຄະນະພັກ-ຄະນະບັນຊາອົງ ການ5 ຫ້ອງ, ກອງບັນຊາການ ທະຫານເມືອງ, ກອງພັນນ້ອຍ ກອງຮ້ອຍເອກະລາດ ແລະ ໂຮງ ຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ວິລ່ຽມ ວົງ ທິສານ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫຼວງພະບາງໄດ້ຂຶ້ນຜ່ານ ເນື້ອໃນຂໍ້ແຂ່ງຂັນແມ່ນ ເພື່ອສືບຕໍ່ຍູ້ ແຮງຂະບວນການ ແຂ່ງຂັນ ປະ ຕິບັດ 4 ບຸກທະລຸ ມະຕິກອງ ປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ, 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງວາງອອກໃຫ້ປາ ກົດຜົນເປັນຈິງ ແລະ ເພື່ອເຮັດ ໃຫ້ຂະບວນການແຂ່ງຂັນສ້າງ ຜົນ ງານຂໍ່ານັບຮັບຕ້ອນວັນສໍາຄັນ ທາງປະຫວັດສາດຂອງຊາດ, ຂອງພັກ, ຂອງກອງທັບ ປະຈໍາ ປີ 2019 , ໂດຍສະເພາະກໍແມ່ນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຂະບວນການຟົດຟື້ນແຂງ ແຮງ ແລະ ເຮັດໃຫ້ທົ່ວທະຫານ ແຂວງມີຜົນງານອັນໃໝ່ໃນການ ປັບປຸງກໍ່ສາງກົມກອງໃຫ້ເຕີບ ໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດ ຢັ້ງ ພ້ອມກັນນັ້ນ ກໍໄດ້ຈັດຕັ້ງກໍາ ລັງລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດ, ປະຕິບັດມະຕິ 3 ສ້າງຕິດພັນກັບ ການສ້າງທ່າສະໜາມປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຕາມຈຸດ ສຸມຂອງແຂວງ, ຂອງເມືອງ, ຂອງກົມກອງຖືເປັນບັນຫາສໍາ ຄັນໃນການລົງກໍ່ສ້າງຮາກຖານ ແບບມູນເຊື້ອກົມກອງຕັ້ງທັບຢູ່ບ່ອນໃດຕ້ອງລົງຮາກຖານຢູ່ ບ່ອນນັ້ນປະຕິບັດຄໍາຂວັນທີ່ວ່າ ທະຫານກັບປະຊາຊົນຄືປາກັບນໍ້າ ປະຕິບັດກົດລະບຽບ 12 ຂໍ້ຕໍ່ປະ ຊາຊົນຢ່າງເຂັ້ມງວດ ປ້ອງກັນ ເວນຍາມກຽມພ້ອມສູ້ຮົບຕະ ຫລອດ 24 ຊົ່ວໂມງ, ຕິດຕາມ ສະພາບດິນຟ້າອາກາດກຽມ ພ້ອມກອບກູ້ໄພພິບັດຊ່ວຍເຫຼືອ ປະຊາຊົນຢ່າງທັນການ, ມີສະຕິ ປະຕິບັດ ຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບຢ່າງເຂັ້ມ ງວດ, ເສີມຂະຫຍາຍມູນເຊື້ອດຸ ໝັ່ນຂະຫຍັນພຽນເພີ່ມພູນຜະ ລິດຜົນບົນພື້ນຖານກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມ້ຂັ້ມ ແຂງດ້ວຍຕົນເອງສຸມໃສ່ 4 ປູກ 4 ລ້ຽງໃຫ້ເປັນຂະບວນກວ້າງ ຂວາງ, ເຝິກຝົນຫຼໍ່ຫຼອມກໍາລັງ ແຮງກາຍຂອງນາຍ ແລະ ພົນ ທະຫານໃຫ້ແຂງແຮງ ແລະ ທັງເປັນການປະກອບສ່ວນປົກ ປັກຮັກສາທ້ອງຖິ່ນຂອບເຂດ ກົມກອງຮັບຜິດຊອບມີຄວາມ ສະຫງົບປອດໄພ ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ. ຈາກ ນັ້ນຕາງໜ້າຄະນະພັກ-ຄະນະ ບັນຊາບັນດາຫົວໜ່ວຍກົມກອງ ກໍໄດ້ພ້ອມກັນຮັບເອົາເນື້ອໃນ ຂໍ້ແຂ່ງຂັນ ແລະ ຈັບມືແຂ່ງຂັນ ຢ້າງເປັນເອກະພາບ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນຊູ ດວງຄໍາມີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນຊາ ນາຍ ແລະ ພົນທະຫານແຕ່ລະ ຂັ້ນຕ້ອງເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດ, ເຊື່ອມ ຊຶມກໍາແໜ້ນແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ ໃຫ້ເລິກເຊິ່ງ, ເພີ່ມທະວີການ ກຽມພ້ອມສູ້ຮົບປະຕິບັດໜ້າທີ່ໃນທຸກກໍລະນີກໍາແໜ້ນສະພາບສັດຕູ-ກຸ່ມຄົນບໍ່ຫວັງດີເພື່ອມີວິທີສະກັດກັ້ນ ແກ້ໄຂທັນເວລາ, ປັບປຸງກໍ່ສ້າງພັກນັບທັງປະລິ ມານ ແລະ ຄຸນນະພາບຕິດພັນ ກັບຂະບວນການກໍ່ສ້າງພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ. ຂະ ບວນການສ້າງກອງປອດໃສ ປອດໄພປອດຄະດີ ຂະບວນ ການສ້າງນັກຮົບ ແລະ ກອງວັດ ທະນະທໍາ ແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ, ມີຄວາມໜັກ ແໜ້ນທາງດ້ານການເມືອງແນວ ຄິດ,ມີຄວາມເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີລະບຽບວິໄນ ເຂັ້ມງວດ, ມີຄວາມຊໍານິຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີ ແລະ ມີຄວາມສາມາດເຄື່ອນ ໄຫວປະຕິບັດໜ້າທີ່ໄດ້ໃນທຸກພື້ນ ທີ່ທຸກສະຖານະການທີ່ເກີດຂຶ້ນ. ໂດຍ: ວັນນະແສງ ຄຸນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ