
ສູນເຝີກອົບຮົມ ກອງພົນທີ 4 ປິດຊຸດອົບຮົມກໍ່ສ້າງນາຍສິບ ແລະ ກໍ່ສ້າງເລັ່ງລັດ ລະບົບ 1 ປີ
ເວລາອອກຂ່າວ: 2024-07-23 10:03:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 595 | ຄວາມນິຍົມ:
ໃນບໍ່ດົນມານີ້, ສູນເຝິກອົບຮົມ ກອງພົນທີ 4 ໄດ້ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ XII ແລະ ກໍ່ສ້າງເລັ່ງລັດ ລະບົບ 1 ປີຊຸດທີ II ປະຈຳສົກ 2023-2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ອົງການ 5
ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ, ຄູ-ອາຈານ ແລະ ນັກຮຽນທັງ 2 ລະບົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ເພັດສະໝອນ ດວງມາລາ ຮອງຫົວໜ້າການທະຫານ ສູນເຝິກອົບຮົມ ກອງພົນທີ 4 ໄດ້ຜ່ານບົດສະຫຼຸບຜ່ານການປະຕິບັດແຜນການ ການຮຽນ-ການສອນ ກໍຄື ແຜນການອົບຮົມ-ຫັດແອບ ປະຈຳສົກຮຽນ 2023-2024 ຜ່ານມາ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້. ສຳລັບລະບົບກໍ່ສ້າງເລັ່ງລັດ ສາຍນຳພາ-ບັນຊາ ຂັ້ນໝວດ, ກອງຮ້ອຍ ລະບົບ 1 ປີ ນັກຮຽນມີໜ້າສອບເສັງ ທັງໝົດ 49 ສະຫາຍ ສາມາດຕີລາຄາຜົນໄດ້ຮັບ ຄື: ວິຊາການເມືອງ ຂັ້ນເກັ່ງມີ 18 ສະຫາຍ, ກາງ 28 ສະຫາຍ, ລະດັບຄາດໝາຍ 3 ສະຫາຍ, ວິຊາລະບຽບ-ກິລາ ຂັ້ນເກັ່ງມີ 45 ສະຫາຍ, ກາງ 4 ສະຫາຍ, ວິຊາສິລະປະຍຸດ ຂັ້ນເກັ່ງມີ 44 ສະຫາຍ, ກາງ 5 ສະຫາຍ, ວິຊາຍຸດທະວິທີ ຂັ້ນເກັ່ງມີ 41 ສະຫາຍ, ກາງ 8 ສະຫາຍ, ຄະແນນສະເລ່ຍໝົດປີ ຂັ້ນເກັ່ງມີ 21 ສະຫາຍ, ກາງ 27 ສະຫາຍ, ລະດັບຄາດໝາຍ 1 ສະຫາຍ ແລະ ການອົບຮົມກໍ່ສ້າງນາຍສິບທະຫານຮາບ ຊຸດທີ XII ນັກຮຽນມີໜ້າສອບເສັງ 147 ສະຫາຍ, ສອບເສັງໄດ້ 100% ໃນນີ້, ວິຊາການເມືອງ ຂັ້ນເກັ່ງມີ 65 ສະຫາຍ, ວິຊາລະບຽບ-ກິລາ ຂັ້ນເກັ່ງ 97 ສະຫາຍ, ກາງ 37 ສະຫາຍ, ລະດັບຄາດໝາຍ 13 ສະຫາຍ, ວິຊາສິລະປະຍຸດ ຂັ້ນເກັ່ງມີ 98 ສະຫາຍ, ກາງ 41 ສະຫາຍ, ລະດັບຄາດໝາຍ 8 ສະຫາຍ, ວິຊາຍຸດທະວິທີ ຂັ້ນເກັ່ງມີ 85 ສະຫາຍ, ຂັ້ນກາງ 38 ສະຫາຍ, ລະດັບຄາດໝາຍ 24 ສະຫາຍ, ຄະແນນ ສະເລ່ຍໝົດປີ ຂັ້ນເກັ່ງມີ 48 ສະຫາຍ, ກາງ 75 ສະຫາຍ ແລະ ລະດັບຄາດ
ໝາຍ 24 ສະຫາຍ. ຈາກນັ້ນ, ກໍໄດ້ມອບປະກາຊະນິຍະບັດ ໃຫ້ນັກຮຽນທັງ 2 ລະບົບ, ໂດຍການເປັນກຽດມອບຂອງ ສະຫາຍ ພັນຕີ ສະໜາມ ມຽນມະນີ ຫົວ
ໜ້າການທະຫານ ສູນເຝິກອົບຮົມ ກອງພົນທີ 4 ຢ່າງສົມກຽດ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ