
ກອງພົນທີ 5 ຈັດກິດຈະກຳ ປ່ອຍປາ
ເວລາອອກຂ່າວ: 2024-07-23 09:59:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:
ໃນວັນທີ 15 ກໍລະກົດ 2024 ນີ້, ກອງພົນທີ 5 ຮ່ວມກັບ ໂຮງງານຊີມັງລາວ ວັງວຽງ ແລະ ບັນດານັກທຸລະກິດຫ້າງຮ້ານຕ່າງໆ ຈັດກິດຈະກຳ ປ່ອຍປາ ເນື່ອງໃນໂອກາດ ວັນອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດຄົບຮອບ 27 ປີ (13 ກໍລະກົດ 1997-13 ກໍລະກົດ 2024), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງ ກອງພົນທີ 5, ມີຄະ
ນະພັກ-ຄະນະບັນຊາບັນດາຫ້ອງ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄຳສິງ ໄດ້ກ່າວວ່າ: ການຈັດກິດຈະກຳ ປ່ອຍປາ ໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ເປັນການປະກອບສ່ວນສ້າງຂະບວນການ ເນື່ອງໃນໂອກາດ ວັນອະນຸລັກ ສັດນ້ຳ-ສັດປ່າ ແຫ່ງຊາດ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມທັງ ຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງເອົາໃຈໃສ່ ແລະ ຖືເປັນໜ້າທີ່ຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ຊ່ວຍກັນປົກປັກຮັກສາ, ອະນຸລັກ ສັດນ້ຳ-ສັດປາ ໃຫ້ອຸດົມສົມບູນ. ສຳລັບປາທີ່ນຳມາປ່ອຍໃນຄັ້ງນີ້ ມີ 35.000 ໂຕ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ