
ກອງຮ້ອຍທະຫານຊາຍແດນ 151 ຮ່ວມກັບ 3 ບ້ານ ເມືອງຊຽງຮ່ອນ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2024-07-23 09:49:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:
ວັນທີ 13 ກໍລະກົດ 2024, ກອງຮ້ອຍທະຫານຊາຍແດນ 151 ຮ່ວມກັບ 3 ບ້ານຄື: ບ້ານຂິ່ງ, ບ້ານຄ້ຳ ແລະ ບ້ານດອນໄຊ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມສ້ອມແປງເສັ້ນທາງລົດຂຶ້ນປ້ອມພູສາມເສົ້າ, ໂດຍມີຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 151, ອຳນາດການປົກຄອງບ້ານ ແລະ ປະຊາຊົນ ທັງ 3 ບ້ານ ເຂົ້າຮ່ວມ.
ການອອກແຮງງານຮ່ວມກັນໃນຄັ້ງນີ້, ແມ່ນໄດ້ຂຸດດິນຖົມຄອງນ້ຳບ່ອນທີ່ເຊາະເຈື່ອນ, ບ່ອນທີ່ເປັນບວກເປັນຂຸມ ຕາມເສັ້ນທາງບ່ອນທີ່ເປ່ເພ, ເສັ້ນທາງທີ່ຮ່ວມກັນສ້ອມແປງມີ 2 ຈຸດ ຄື: ຈຸດທີ່ໜຶ່ງແຕ່ຂົວບ້ານຂິ່ງ ໄປຫາ ຫ້ວຍ
ດິນແດງ ແລະ ຈຸດທີ່ສອງ ແຕ່ບ້ານດອນໄຊ ໄປຫາ ປ້ອມພູສາມເສົ້າ; ມີຈຳນວນພົນເຂົ້າຮ່ວມອອກແຮງງານ ທັງໝົດ 241 ແຮງງານ, ຍິງ 119 ແຮງງານ. ທັງ
ນີ້, ເພື່ອເປັນການຊ່ວຍກັນສ້າງຄວາມສະດວກສະບາຍໃນການໄປມາປະຕິບັດໜ້າທີ່ຂອງພະນັກງານ-ນັກຮົບຜູ້ທີ່ປະຈຳການຢູ່ປ້ອມພູສາມເສົ້າ ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ກອງທັບ ກັບ ປະຊາຊົນ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ