ພະແນກສະຫະພັນແມ່ຍິງ ວປກ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ
ເວລາອອກຂ່າວ: 2024-07-19 13:02:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1591 | ຄວາມນິຍົມ:
ວັນທີ 18 ກໍລະກົດ 2024 ນີ້, ພະແນກສະຫະພັນແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ໂດຍການເປັນປະທານປາຖະກະຖາຂອງ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ພະນັກງານອາວຸໂສບໍານານ, ຄອບຄົວການນໍາ, ແຂກຖືກເຊີນ, ຄະນະນໍາສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງ ເຂົ້າຮ່ວມ.
ກ່ອນການປາຖະກະຖາ ໄດ້ຮັບຊົມການສະແດງ ສິລະປະ-ວັນນະຄະດີ ຈາກສະຫະພັນແມ່ຍິງ ວປກ ແລະ ການຟ້ອນລໍາວົງລາວ 3 ຈັງຫວະຮ່ວມກັນ ຂອງປະທານ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກແມ່ຍິງ ດ້ວຍບັນຍາກາດເບີກບານມ່ວນຊື່ນ. ຈາກນັ້ນ, ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ໄດ້ເລົ່າຫວນຄືນ ມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ, ຍົກໃຫ້ເຫັນການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານທີ່ດີເດັ່ນ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 69 ປີຜ່ານມາ, ເຊິ່ງເອື້ອຍນ້ອງແມ່ຍິງລາວໃນເມື່ອກ່ອນ ແມ່ນໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ຄຽງບ່າຄຽງໄຫຼ່ຮ່ວມກັບເພດຊາຍ ດ້ວຍຄວາມອົງອາດກ້າຫານ. ວັນທີ 20 ກໍລະກົດ 1955, ພັກ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນ ເຊິ່ງແມ່ນຕົ້ນກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ, ເພື່ອນໍາພາແມ່ຍິງໃນທົ່ວປະເທດ ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ແມ່ຍິງລາວຈໍານວນບໍ່ໜ້ອຍ ຖືກສັດຕູຈັບຄຸມຂັງ, ທຸບຕິທໍລະມານ, ຖືກບັງຄັບໃຫ້ໄຂຄວາມລັບ ແຕ່ແມ່ຍິງເດັດຂາດບໍ່ຍອມຈໍານົນ, ບໍ່ຍອມໄຂຄວາມລັບ, ເດັດດ່ຽວຕໍ່ສູ້ຢ່າງພິລາດອາດຫານ ອັນໄດ້ເຮັດໃຫ້ແມ່ປ້ານ້າອາຂອງແມ່ຍິງລາວ ໄດ້ຮັບນາມມະຍົດເປັນວີລະຊົນແຫ່ງຊາດ ແລະ ເປັນນັກຮົບແຂ່ງຂັນ ຫຼາຍສະຫາຍ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແມ່ຍິງລາວບັນດາເຜົ່າ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງສະຫະພັນແມ່ຍິງ ແຕ່ລະຮຸ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງຜູ້ແທນແມ່ຍິງລາວແຕ່ລະຄັ້ງ ມາເປັນແຜນງານ, ໂຄງການອັນລະອຽດ ແລະ ໄດ້ຮັບຜົນສໍາເລັດ ເປັນກ້າວໆມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ