ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ປະກາດການຍົກຍ້າຍການນຳແຂວງ ໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ.
ເວລາອອກຂ່າວ: 2024-07-19 12:56:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1173 | ຄວາມນິຍົມ:



ພິທີປະກາດການຍົກຍ້າຍການນຳແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ຜ່ອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງ ແຂວງໄຊສົມບູນ, ມີ ຄະນະປະຈໍາພັກແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ-ປກສ ແຂວງ, ການນໍາເມືອງ, ພະແນກການ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ວຽນທອງ ສິງຄໍາພັນ ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່, ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝທີ XI , ອີງຕາມກອງປະຊຸມ ກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລາຂາທິການສູນກາງພັກຄັ້ງວັນທີ 28 ມິຖຸນາ 2024. ດັ່ງນັ້ນ, ຄະນະເລຂາທິການສູນກາງພັກ ອອກຄໍາສັ່ງ ຍົກຍ້າຍ ສະຫາຍ ພົນຕີ ວົງສອນ ອີນປານພິມ ຮອງເລຂາພັກແຂວງ ຊີ້ນໍາວຽກງານພັກ-ພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ. ຈາກນັ້ນ, ສະຫາຍ ພົນຕີ ວົງ ສອນ ອິນປານພິມ ກໍໄດ້ລາຍງານໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ ເປັນຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ທັງເປັນຮອງປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງໄຊສົມບູນ, ຫົວໜ້າຄະນະປະຕິບັດງານພິເສດແຂວງໄຊສົມບູນ ກ່ຽວກັບການຊອກຄົ້ນຂຸດຄົ້ນ ແລະ ສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ພື້ນທີ່ແຂວງໄຊສົມບູນ, ຫົວໜ້າຄະນະຊີ້ນໍາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂັ້ນແຂວງ, ເປັນຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ຊ່ວຍສະຫາຍເລຂາພັກແຂວງ ຕິດຕາມຊຸກຍູ້ຊີ້ນໍາ ວຽກງານກໍ່ສ້າງພັກ- ພະນັກງານ ໃນໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ຊີ້ນໍາຄະນະໂຄສະນາອົບຮົມແຂວງ, ກໍ່ຄືຄະນະພັກແຕ່ລະຂັ້ນ ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າດ້ວຍຫຼາຍຮູບການ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແນວທາງແຜນນະໂຍບາຍຂອງພັກ-ລັດ, ບັນດາມະຕິ, ຄໍາສັ່ງແນະນໍາ ຂອງຂັ້ນເທິງ, ຂອງແຂວງ ໃນແຕ່ລະໄລຍະແມ່ນມີຜົນສໍາເລັດ, ນອກນັ້ນຍັງໄດ້ຈັດຕັ້ງປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ ເຮັດໃຫ້ສະພາບແນວຄິດ-ການເມືອງ ຂອງພະນັກງານ ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນ ບັນດາເຜົ່າໃນທົ່ວແຂວງມີການຫັນປ່ຽນຢ່າງຈະແຈ້ງເຊື້ອໝັ້ນ ຕໍ່ການນໍາພາຂອງພັກ-ລັດ ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ໃຫ້ມີຄວາມກ້າວໜ້າ. ໂອກາດນີ້, ສະຫາຍ ພົນເອກ ຈັນ ສະໝອນ ຈັນຍາລາດ ກໍໄດ້ມີ ຄຳເຫັນໂອ້ລົມ ແລະ ຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດໃນການ ປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງສະຫາຍ ພົນຕີ ວົງສອນ ອີນປານພິມ ; ພ້ອມທັງເນັ້ນໜັກ ໃຫ້ການນໍາແຂວງ ໄຊສົມບູນ ເອົາໃຈ ໃສ່ນຳພາ-ຊີ້ນຳການເມືອງ-ແນວຄິດໃຫ້ແກ່ພະນັກງານ, ທະຫານ-ຕໍາຫຼວດ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງເດັ່ນ, ເອົາໃຈໃສ່ ປັບປຸງແບບແຜນວີທີເຮັດວຽກ, ແບບແຜນວິທີນຳພາໃຫ້ໜັກແໜ້ນ ເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ, ກຳແໜ້ນ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ຍົກສູງຄຸນທາດການເມືອງຂອງພະນັກງານນໍາພາ-ບັນຊາ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ເປັນວຽກງານກົກນໍາໜ້າທຸກຂົງເຂດວຽກງານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ຍູ້ແຮງວຽກງານຈຸດສຸມຂອງແຂວງໃຫ້ມີຄວາມສະຫງົບໂດຍພື້ນຖານ ໜູນໜິບການພັດທະນາທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ນັບມື້ເຕີບໃຫຍ່ຂະຫຍາຍຕົວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ