ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ຈັດພິທີບາສີສູ່ຂວັນໃຫ້ພະນັກງານ-ນັກຮົບທີ່ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຈີນ
ເວລາອອກຂ່າວ: 2024-07-19 12:51:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1091 | ຄວາມນິຍົມ:



ໃນວັນທີ 17 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນວິທະຍາຄານ ນາຍທະຫານບົກກົມມະດໍາ, ຄະນະຮັບຜິດຊອບຊີ້ນໍາການຊ້ອມຮົບຮ່ວມລາວ-ຈີນ ໄດ້ຈັດຕັ້ງພິທີບາສີສູ່ຂວັນໃຫ້ພະນັກງານ-ນັກຮົບໃຫ້ທີ່ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຈີນ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຊີ້ນໍາວຽກງານການເມືອງ, ໂຄສະນາ, ນະໂຍບາຍ, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການກອງປະຈໍາຮົງກົງ ເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ, ມີ ບັນດາຄະນະຊີ້ນໍາລວມ, ອະນຸກໍາມະການຊ້ອມຮົບຮ່ວມລາວ-ຈີນ ພ້ອມດ້ວຍນາຍ ແລະ ພົນທະຫານສອງກອງທັບລາວ-ຈີນເຂົ້າຮ່ວມ. ໃນການຈັດພິທີບາສີສູ່ຂວັນ ຄັ້ງນີ້ ກໍເພື່ອເປັນການອວຍພອນເຊິ່ງກັນ ແລະ ກັນລະຫວ່າງ ນາຍ ແລະ ພົນທະຫານຂອງສອງກອງທັບລາວ-ຈີນ, ຈີນ-ລາວ ທີ່ໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024" ໃຫ້ມີແຕ່ສຸຂະພາບແຂງແຮງ, ມີພະລານະໄມທີ່ສົມບູນພູນສຸກ, ປາສະຈາກໂລກໄພໄຂ້ເຈັບ, ມີໂຊກມີໄຊ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັັ້ງໝອບໝາຍ ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ ມູນເຊື້ອຄວາມສາມັກຄີຮັກແພງຂອງສອງຊາດລາວ-ຈີນ ກໍຄືສາຍພົວພັນທີ່ສະ ໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ, ຈີນ-ລາວທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ. ຫຼັງຈາກນັ້ນ ນາຍ ແລະ ພົນທະຫານ ກໍໄດ້ມີການຜູກຂໍ້ຕໍ່ແຂນອວຍພອນເຊິ່ງກັນ ແລະ ກັນລະຫວ່າງສອງກອງທັບລາວ-ຈີນ ດ້ວຍໄມຕີຈິດມິດຕະພາບຢ່າງສະໜິດສະໜົມ. ຂ່າວ: ສົມຄິດ ພູມມີຈິດ ພາບ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ