
ກົມໃຫຍ່ເສນາທິການກອງທັບ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ
ເວລາອອກຂ່າວ: 2024-07-18 14:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1254 | ຄວາມນິຍົມ:
ວັນທີ 18 ກໍລະກົດ 2024 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ແລະ ສະຫຼຸບວຽກງານການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ພິມ ວິຈິດວົງສາ ຮອງຫົວໜ້າຫ້ອງການເມືອງ, ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາສະຫະພັນແມ່ຍິງ ບັນດາກົມ, ກອງ, ຫ້ອງການ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ນາງ ໄຫວພອນ ບຸນມີໄຊ ຫົວໜ້າພະແນກ ສະຫະພັນແມ່ຍິງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວ ຕະຫຼອດໄລຍະ 69 ປີຜ່ານມາ. ເຊິ່ງອົງການຈັດຕັ້ງສະຫະພັນແມ່ຍິງລາວໄດ້ເລີ່ມມາຈາກບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ທີ່ໄດ້ກຳເນີດຂຶ້ນແຕ່ຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນເປັນຕົ້ນມາ. ຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກຳປະຫວັດສາດຂອງການປະຕິວັດລາວ ແລະ ພັກ ກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນ ກຳລັງແຮງຂອງພັກ. ມາໃນວັນທີ 20 ກໍລະກົດ 1955 ພັກ ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ຢ່າງເປັນທາງການ (ເຊິ່ງເປັນຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວໃນປັດຈຸບັນ) ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ສະຫະພັນແມ່ຍີງ ກໍໄດ້ອຸທິດຕົນຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍ ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ເພື່ອພະລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເຊິ່ງກາປາຖະກະຖາໃນຄັ້ງນີ້, ກໍເພື່ອເປັນການ ສຶກສາອົບຮົມ ໃຫ້ເອື້ອຍນ້ອງແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ, ເພຶ່ອສຶກສາ ອົບຮົມ ໃຫ້ພະນັກງານທັງຍິງ-ຊາຍ ຮຸ່ນສືບທອດ ໄດ້ຮັບຮູ້ ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງສະຫະພັນແມ່ຍິງ ລາວ ແລະ ເປັນບ່ອນອີງໃຫ້ແກ່ຄວາມສະເໝີພາບໃນການ ດຳລົງຊີວິດ ລະຫວ່າງ ຍິງ-ຊາຍ ຢູ່ໃນຄອບຄົວ ແລະ ສັງຄົມ, ເພຶ່ອຫຼີກເວັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ; ຈາກນັ້ນ ສະຫາຍ ນາງ ໄຫວພອນ ບຸນມີໄຊ ກໍໄດ້ຜ່ານບົດສະຫຼຸບວຽກງານການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2024, ພະແນກສະຫະພັນແມ່ຍິງ ກົມໃຫຍ່ເສນາທິການກອງທັບ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ຊຸກຍູ້ເຂົ້າຮ່ວມໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ມະຕິກາງສະໄໝຂອງພັກ, ຂອງແມ່ຍິງ ແລະ ວັນສ້າງຕັ້ງ ກອງທັບ ຄົບຮອບ 75 ປີ ນໍາຂັ້ນເທິງ, ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານການເຄື່ອນໄຫວປະຈໍາປີ 2023 ແລະ ວາງທິດທາງແຜນການ ປີ 2024 ເຜີຍແຜ່ມະຕິກອງປະຊຸມກາງສະໄໝຂອງຄະນະບໍລິຫານສູນກາງ ສະຫະພັນແມ່ຍິງລາວ ສະໄໝທີ VIII ແລະ ປາຖະກະຖາປະຫວັດມູນເຊື້ອ ວັນແມ່ຍິງສາ ກົນຄົບຮອບ 114, ຈັດຕັ້ງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II (2021-2024) ແລະ ສະຫຼຸບວຽກງານກຸ່ມທ້ອນເງິນພັດທະນາແມ່ຍິງ ກົມໃຫຍ່ເສນາທິການ ປະຈຳປີ 2023, ໄດ້ຊີ້ນໍາສະຫະພັນແມ່ຍິງ ຂະແໜງ, ຮາກຖານ, ໜ່ວຍດໍາເນີນຊີວິດການເມືອງຂຶ້ນຕົນໄດ້ 210 ຄັ້ງ, ໄດ້ເຮັດແຈ້ງການ ແລະ ຊີ້ນໍາໃຫ້ແມ່ຍິງຂັ້ນຂະແໜງ, ຮາກຖານ, ຈັດຕັ້ງເອື້ອຍນ້ອງເຂົ້າ ທັດສະນະທ່ຽງຊົມຫໍພິພິຕະພັນກອງທັບ ແລະ ຫໍມູນເຊື້ອແມ່ຍິງລາວ, ເພື່ອສ້າງຂະບວນການດ້ານຕ່າງໆ ທັງໄດ້ອອກສື່ມວນຊົນໄດ້ 15 ຄັ້ງ; ຜ່ານການສຶກສາອົບຮົມການເມືອງ ນໍາພາແນວຄິດດ້ວຍຫຼາຍວິທີເຮັດໃຫ້ສະມາຊິກ ແລະ ເອື້ອຍນ້ອງແມ່ຍິງ ມີຄວາມອຸ່ນອຽງທຸນທ່ຽງເຊື້ອໝັ້ນຕໍ່ການນໍາພາຂອງພັກ ສາມາດຕີລາຄາໄດ້ຄວາມ ເຂົ້າໃຈໄດ້ 95%; ໃນ 6 ເດືອນຜ່ານມາສາມາດຄັດເລືອກການຈັດຕັ້ງປະຕິບັດເນື້ອໃນຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ ດັ່ງນີ້: ພົນລະເມືອງດີ 1,295 ເທົ່າກັບ 98,98%, ພັດທະນາດີ 1,201ເທົ່າກັບ 90%, ຄອບຄົວດີ 1,125 ເທົ່າກັບ 81%, ແມ່ຍິງ 3 ດີ ປະເພດ I 1,084 ເທົ່າກັບ 83,57%, ແມ່ຍິງ 3 ດີ ປະເພດ II 153 ເທົ່າກັບ11,79 % ຄອບຄົວຕົວແບບ 53 ຄອບຄົວ ເທົ່າກັບ 4,71%, ບຸກຄົນຕົວແບບ 89 ສະຫາຍ 6,86%, ພະແນກ, ຂະແໜງ, ຮາກຖານ, ໜ່ວຍ 3 ດີ 62 ໜ່ວຍ ແລະ ກົມກອງນໍາພາດີເດັ່ນ 24 ກົມກອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ