
ກອງພັນໃຫຍ່ 11 ເອົາໃຈໃສ່ຫັດແອບຊ້ອມຮົບຮ່ວມ ລາວ-ຈີນ “ ໂລ້ກໍາບັງມິດຕະພາບ 2024 ’’
ເວລາອອກຂ່າວ: 2024-07-11 15:12:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1888 | ຄວາມນິຍົມ:
ການຊ້ອມຮົບຮ່ວມ ລາວ-ຈີນ “ ໂລ້ກໍາບັງມິດຕະພາບ 2024 ’’ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍໃນການປະສານສົມທົບກັບບັນດາເຫຼົ່າຮົບກອງທັບປົດປ່ອຍປະຊາຊົນຈີນ ທັງສອງກອງທັບໄດ້ເຂົ້າຮ່ວມການເຝິກແອບ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນທາງດ້ານສິລະປະຍຸດ, ຍຸດທະວິທີການນໍາໃຊ້ອາວຸດ-ຍຸດໂທ ອຸປະກອນຂອງທະຫານຮາບໃຫ້ມີຄວາມຊໍານິຊໍານານຄ່ອງແຄ້ວ ເພື່ອຈັດຕັ້ງປະຕິບັດໃນສະເພາະໜ້າ ແລະ ຍາວນານ.
ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ພາຍຫຼັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ກໍຄືກະຊວງປ້ອງກັນປະເທດ ກອງພັນໃຫຍ່ 11 ກໍໄດ້ຈັດຕັ້ງກຳລັງພົນພ້ອມດ້ວຍພາຫະນະຮັບປະກັນຕ່າງໆ ເຂົ້າສູ່ພາກສະໜາມເຝິກຊ້ອມ, ເພື່ອຈັດຕັ້ງຊ້ອມຮົບຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ໃນຫົວຂໍ້ຊ້ອມຮົບຮ່ວມລາວ-ຈີນ “ໂລ້ກຳບັງມິດຕະພາບ 2024”. ເຊິ່ງການຊ້ອມຮົບຮ່ວມລາວ-ຈີນ ຄັ້ງນີ້ແມ່ນຄັ້ງທີ 3 ໂດຍປະຕິບັດຕາມສັນຍາຕົກລົງກັນລະຫວ່າງສອງຊາດ-ສອງຝ່າຍ ກໍຄືສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ທີ່ໃຫ້ສອງກອງທັບຂອງພວກເຮົາໄດ້ຈັດຕັ້ງຊ້ອມຮົບຮ່ວມກັນເພື່ອແລກປ່ຽນຖອດຖອນບົດຮຽນກັນຢ່າງເປັນປົກກະຕິ ເຊີ່ງຄັ້ງທີ 1 ໄດ້ຈັດຕັ້ງຂື້ນໃນປີ 2019 ຢູ່ເຂດຢຸນນານຂອງ ສປ ຈີນ, ໃນຄັ້ງນັ້ນຝ່າຍຈີນເປັນເຈົ້າພາບໃນການຈັດຕັ້ງຊ້ອມຮົບຮ່ວມ ທາງກໍາລັງກອງພັນໃຫຍ່ 11 ກໍໄດ້ນໍາເອົາພາຫະນະ, ອາວຸດທັງໝົດເຂົ້າຮ່ວມຊ້ອມຮົບ, ມາເຖິງປັດຈຸບັນເພື່ອປະຕິບັດຕາມແຜນການທີ່ສອງກະຊວງປ້ອງກັນປະເທດໄດ້ຕົກລົງກັນ ໃນປີ 2023 ໂດຍແມ່ນກອງທັບປະຊາຊົນລາວເປັນເຈົ້າພາບ ແລະ ມາໃນປີ 2024 ນີ້ ກອງທັບປະຊາຊົນລາວເຮົາກໍໄດ້ຮັບກຽດເປັນເຈົ້າພາບໃນການຈັດຕັ້ງຊ້ອມຮົບຮ່ວມລາວ-ຈີນ ອີກຄັ້ງ ເວົ້າລວມ, ເວົ້າສະເພາະ ກໍແມ່ນກອງພັນໃຫຍ່ 11 ເປັນເຈົ້າພາບໂດຍພາຍໃຕ້ລະຫັດ “ໂລ້ກໍາບັງມິດຕະພາບ-2024” ໂດຍປະຕິບັດຕາມຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ ກອງພັນໃຫຍ່ 11 ໄດ້ເຂົ້າຢຶດສະໜາມ ແລະ ກໍ່ສ້າງສະໜາມ ໃນວັນທີ 30 ມິຖຸນາ ທີ່ຜ່ານມາ ເຊິ່ງໄດ້ຈັດຕັ້ງກໍາລັງ ເຂົ້າຮ່ວມ 900 ສະຫາຍ, ຝ່າຍຈີນ 300 ລວມເປັນ 1.200 ສະຫາຍ, ມີພາຫະນະລົດສູ້ຮົບເຂົ້າຮ່ວມ ຈໍານວນ 20 ຄັນ ແລະ ລົດຮັບປະກັນ 54 ຄັນ, ກໍາລັງຫັດແອບຫຼັກໆມີຢູ່ສອງພາກສ່ວນໃຫຍ່ ຄື: ກອງພັນໃຫຍ່ທະຫານຮາບທີ 11 ແລະ ທະຫານອາກາດ, ໃນການຫັດແອບແບ່ງອອກເປັນ 7 ພາກສ່ວນຄື: ພາກສ່ວນຫັດແອບຊ່າງແສງ, ພາກສ່ວນສືບຂ່າວ, ພາກສ່ວນຫັດແອບຍຸດທະວິທີ, ພາກສ່ວນຫັດແອບຊິງຕົວປະກັນ, ພາກສ່ວນເສນາພະລາ, ພາກສ່ວນການເມືອງ ແລະ ພາກສ່ວນຮັບປະກັນເສນາເຕັກນິກ. ການຫັດແອບປັດຈຸບັນແມ່ນໄດ້ເປີດການຊ້ອມຮົບຮ່ວມຢ່າງເປັນທາງການມາແຕ່ວັນທີ 5 ກໍລະກົດ 2024 ເຊິ່ງທັງສອງຝ່າຍໄດ້ຈັດຕັ້ງປຶກສາຫາລື, ຄົ້ນຄວ້າ ແລະ ແລກປ່ຽນເພື່ອກໍານົດເນື້ອໃນຫັດແອບຊ້ອມຮົບຮ່ວມກັນ ແລະ ມາເຖິງປັດຈຸບັນນີ້ແຕ່ລະພາກສ່ວນກໍໄດ້ເລີ່ມຫັດແອບເນື້ອໃນທີໜຶ່ງຈົນຮອດເນື້ອໃນສຸດທ້າຍທີ່ພວກເຮົາໄດ້ກໍານົດໄວ້, ຜ່ານການຈັດຕັ້ງຫັດແອບຊ້ອມຮົບ ແລະ ສ້າງສະໜາມໄປພ້ອມໆກັນນີ້ ເຫັນວ່າທັງສອງຝ່າຍມີຄວາມຫຍຸ້ງຍາກທາງດ້ານການສື່ສານ, ທາງດ້ານພາສາ, ແຕ່ຜ່ານການເຮັດວຽກປະຕິບັດຕົວຈິງ ພວກເຮົາກໍສາມາດເຂົ້າໃຈກັນໄດ້ ເພາະພວກເຮົາຕ່າງຝ່າຍຕ່າງມີພື້ນຖານໃນການຮັບຮູ້ ແລະ ມີປະສົບການທາງດ້ານສິລະປະຍຸດ-ຍຸດທະວິທີທີ່ດີ ເຮັດໃຫ້ການປະສານງານ, ການຫັດແອບໃນແຕ່ລະວັນມີຄວາມຄ່ອງແຄ້ວນັບມື້ດີຍິ່ງໆຂື້ນ. ໃນການຈັດຕັ້ງຊ້ອມຮົບຮ່ວມໃນຄັ້ງນີ້, ນອກຈາກການຊ້ອມຮົບຮ່ວມທາງດ້ານການທະຫານແລ້ວ, ສອງກອງທັບເຮົາ ກໍຍັງໄດ້ສ້າງກິດຈະກໍາຮ່ວມກັນ ເປັນຕົ້ນແມ່ນກິລາ, ສິລະປະວັດທະນາທໍາ, ໃນການຊ້ອມຮົບຮ່ວມຄັ້ງນີ້ລ້ວນແລ້ວແຕ່ແມ່ນບົດຮຽນອັນໃໝ່ ແລະ ການຫັດແອບໃນແຕ່ລະວັນນີ້ ມັນໄດ້ເພີ່ມປະສິດທິພາບ ແລະ ຄວາມຊໍານິຊໍານານໃຫ້ພະນັກງານ-ນັກຮົບຂອງພວກເຮົາ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ ( ທັງສອງກອງທັບລາວ-ຈີນ ບໍ່ອະນຸຍາດໃຫ້ບຸກຄົນໃດ, ກຸ່ມຄົນໃດທີ່ມາສວຍໃຊ້ຜືນແຜ່ນດິນອັນຄົບຖ້ວນນີ້ ຕັ້ງຖານທີ່ໝັ້ນ, ຕັ້ງທັບເພື່ອເຄື່ອນໄຫວກໍ່ກວນຄວາມສະຫງົບສຸກ ແລະ ທໍາລາຍອິດສະຫຼະພາບ ອະທິປະໄຕຂອງສອງຊາດພວກເຮົາຢ່າງເດັດຂາດ) ເພາະສະນັ້ນການຊ້ອມຮົບຮ່ວມ ແມ່ນການຜູກແໜ້ນຄວາມສາມັກຄີຂອງສອງກອງທັບ ແລະ ເປັນການຍົກລະດັບຄວາມພ້ອມເພື່ອແກ້ໄຂສະພາບການຕ່າງໆ ທີ່ຈະເກີດຂຶ້ນໃນສະເພາະໜ້າ, ພາຍຫຼັງສິ້ນສຸດການຊ້ອມຮົບໃນຄັ້ງນີ້ ເຊື່ອໝັ້ນວ່າມັນຈະເປັນອີກປະສົບການໜຶ່ງຢູ່ໃນຂີດມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກງານ-ນັກຮົບທັງໝົດທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມໃນຄັ້ງນີ້ ຈະນໍາເອົາບົດຮຽນ ແລະ ປະສົບການ ໂດຍສະເພາະແມ່ນການຊ້ອມຮົບຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ ທີ່ມີອຸປະກອນ, ພາຫະນະ-ອາວຸດ, ເຄື່ອງມື ແລະ ແບບແຜນທີ່ທັນສະໄໝ, ພວກເຮົາກໍຈະໄດ້ຖອດຖອນເອົາບົດຮຽນໄປໝູນໃຊ້ນໍາໃຊ້ ແລະ ສືບຕໍ່ຫັດແອບໃຫ້ກົມກອງຂອງພວກເຮົາໃຫ້ນັບມື້ເຂັ້ມແຂງທັນສະໄໝ ແລະ ຮັບປະກັນວຽກງານກຽມພ້ອມສູ້ຮົບໃຫ້ໄດ້ດີທີ່ສຸດ.
ໂດຍ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ