ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບລົງຊຸກຍູ້ພາກສ່ວນຮັບປະກັນໃນການປຸງແຕ່ງ ແລະ ຮັບແຂກ
ເວລາອອກຂ່າວ: 2024-07-11 14:49:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1135 | ຄວາມນິຍົມ:



ໃນວັນທີ 11 ກໍລະກົດ 2024 ນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບ, ຮອງຫົວໜ້າຄະນະຊີ້ນໍາວຽກງານການເມືອງ,ໂຄສະນາ, ນະໂຍບາຍ ພ້ອມຄະນະ ໄດ້ລົງຊີ້ນໍາຊຸກຍູ້, ພົບປະໂອ້ລົມພະນັກງານ-ນັກຮົບ ພາກສ່ວນຮັບປະກັນໃນການປຸງແຕ່ງ ແລະ ຮັບແຂກ ທີ່ເຂົ້າຮ່ວມບັ້ນຊ້ອມຮົບຮ່ວມລາວ-ຈີນ "ໂລ້ກໍາບັງມິດຕະພາບ-2024". ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພາກສ່ວນຮັບປະກັນໃນການປຸງແຕ່ງ ແລະ ຮັບແຂກທີ່ໄດ້ມີຄວາມຫ້າວຫັນຕໍ່ໜ້າທີ່ການເມືອງຂອງຕົນ ເຊິ່ງວຽກງານຮັບປະກັນໃນການກິນຢູ່ກໍແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ເພື່ອຕອບສະໜອງໃນການລ້ຽງດູທັບໃຫ້ມີການກິນອີ່ມ, ມີສຸຂະພາບແຂງແຮງ ເພື່ອກຽມພ້ອມເຮັດສໍາເລັດທຸກໜ້າທີ່ຕາມການມອບໝາຍໂດຍສະເພາະກໍຄືສຸມໃສ່ການຫັດແອບເຝິກຊ້ອມຮົບຮ່ວມລາວ-ຈີນໃນຄັ້ງນີ້ ໃຫ້ບັນລຸຜົນສໍາເລັດ ພ້ອມນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ເອົາໃຈໃສ່ແຕ່ງກິນໃຫ້ມີຄວາມສະອາດຖືກຫຼັກອານາໄມ, ອາຫານການກິນມີຄວາມປອດໄພ,ຖືກຕາມຫຼັກການປະກອບຂອງພະລາທິການວາງອອກ ແຕ່ລະວັນມີການປຸງແຕ່ງຫຼາຍເຍື່ອງ, ອາຫານຕ້ອງແຊບນົວ,ຮັບປະກັນໃຫ້ອ້າຍນ້ອງໄດ້ກິນເຂົ້າຄົບ 3 ຄາບ ໃນແຕ່ລະວັນຢ່າງພຽງພໍ ພ້ອມນັ້ນກໍຮຽກຮ້ອງໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢູ່ພາກສະໜາມດ້ວຍຄວາມຮັບຜິດຊອບສູງ ແລະ ເຊື່ອໝັ້ນວ່າດ້ວຍມູນເຊື້ອອັນດຸໝັ່ນ ແລະ ປະສົບການໃນການປຸງແຕ່ງອາຫານໃນໄລຍະຜ່ານມາຈະເຮັດໃຫ້ບັນດາສະຫາຍເຮັດລ້ອນໜ້າທີ່ອັນມີກຽດສະຫງ່າທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ