ໜ່ວຍພັກຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ ສະຫຼຸບ ຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-07-11 11:23:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1599 | ຄວາມນິຍົມ:
ວັນທີ 10 ກໍລະກົດ 2024, ໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ເລຂາໜ່ວຍພັກຫ້ອງການເມືອງ ພ້ອມດ້ວຍຄະນະ, ມີຄະນະກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ພະແພກການ ຕະຫຼອດຮອດພະນັກງານ, ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງເລຂາໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ ໃຫ້ຮູ້ວ່າ: ໜ່ວຍພັກຫ້ອງການເມືອງ ເປັນໜ່ວຍພັກເອກະລາດ ທີ່ຂຶ້ນກັບການຊີ້ນຳ-ນໍາພາຂອງຄະນະພັກກົມໃຫຍ່ເຕັກນິກ ແລະ ໄດ້ຮັບການເລືອກຕັ້ງຂຶ້ນໃນວັນທີ 10/11/2023 ປະກອບມີຄະນະໜ່ວຍພັກ 5 ສະຫາຍ, ມີສະມາຊິກພັກທັງໝົດ 30 ສະຫາຍ, ຍິງ 4 ສະຫາຍ, ສຳຮອງ 4 ສະຫາຍ, ໃນໄລຍະຜ່ານມາຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ການກໍ່ສ້າງພັກແມ່ນຢຶດໝັ້ນຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ -ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກໃຫ້ມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 27 ສະຫາຍ, ກາງ 2 ສະຫາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ສ້າງຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທີງໃຫ້ບັນລຸຕາມແຜນການ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ