
ຮັບປະກັນເຮັດໃຫ້ພະນັກງານ-ນັກຮົບທີ່ເຂົ້າຮ່ວມ ການຊ້ອມຮົບຮ່ວມລາວ-ຈີນ ໄດ້ກິນອີ່ມ-ນຸ່ງອຸ່ນ ແລະ ມີສຸຂະພາບແຂງແຮງ
ເວລາອອກຂ່າວ: 2024-07-11 10:05:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1095 | ຄວາມນິຍົມ:
ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນໃນການຮັບປະກັນໃຫ້ແກ່ການລ້ຽງດູທັບ ໃຫ້ກິນອີ່ມນຸ່ງອຸ່ນ,ສາມາດເຮັດລ້ອນໜ້າທີ່ການຈັດຕັັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສະຫາຍ ພັນເອກ ປອ ສົມພິດ ແກ້ວວັນທອງ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ຮັບຜິດຊອບອະນຸກໍາມະການຮັບປະກັນວຽກງານພະລາທິການພາກສະໜາມ ໃນການເຝິກຊ້ອມຮົບຮ່ວມລາວ-ຈີນ "ໂລ້ກໍາບັງມິດຕະພາບ-2024" ໄດ້ໃຫ້ສໍາພາດວ່າ: ອີງຕາມແຜນການຈັດຕັ້ງກໍາລັງ ແລະ ພາຫະນະ-ອາວຸດ ເຂົ້າຮ່ວມຊອ້ມຮົບຮ່ວມລາວ-ຈີນ, ອີງໃສ່ຄໍາສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເຄື່ອນກໍາລັງພົນ ແລະ ພາຫະນະ-ອາວຸດ ເຂົ້າສູ່ສະໜາມຊ້ອມຮົບ ແລະ ກໍານົດບາງວຽກງານຮັບປະກັນ ການຊ້ອມຮົບຮ່ວມລາວ-ຈີນ. ດັ່ງນັ້ນ ກໍາລັງພະລາທິການຂອງພວກເຮົາໄດ້ມີຄວາມກຽມພ້ອມໃນການຮັບປະກັນທຸກໆດ້ານໃຫ້ທຸກກໍາລັງຝ່າຍລາວ ແລະ ຝ່າຍຈີນ ໃນນັ້ນ ພະລາທິການຂອງພວກເຮົາແມ່ນໄດ້ສຸມໃສ່ຈັດຕັ້ງບັນດາວຽກງານສໍາຄັນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເຊິ່ງປະກອບມີ: ວຽກງານກອງເສນາທິການ ເພື່ອຮັບປະກັນແຜນການ ແລະ ຊີ້ນໍາຊ່ວຍແຕ່ລະກໍາລັງ, ວຽກງານອຸປະໂພກເຊິ່ງມີກໍາລັງເອື້ອຍລ້ຽງທີ່ຮັບຜິດຊອບໃນການປຸງແຕ່ງອາຫານໃຫ້ກຳລັງໄດ້ກິນເຂົ້າອີ່ມ ໃນມື້ໜຶ່ງມີຄົບ 3 ຄາບ ໃນແຕ່ລະຄາບມີອາຫານຄົບ 3 ເຍື່ອງ , ອາຫານມີຄວາມສະອາດ, ຖືກຫຼັກອະນາໄມອ້າຍນ້ອງກໍາລັງພາກສະໜາມໄດ້ກິນເຂົ້າທັນຕາມເວລາ ພ້ອມນີ້ວຽກງານນໍ້າມັນເຊື້ອໄຟ ກໍໄດ້ຮັບປະກັນໃນການຕອບສະໜອງນໍ້າມັນເຊື້ອໄຟໃຫ້ແກ່ພາຫະນະທີ່ຮັບໃຊ້ການຊ້ອມຮົບຮ່ວມລາວ-ຈີນ ຢ່າງພຽງພໍ, ສ່ວນວຽກງານເສນາຮັກ ໄດ້ຮັບປະກັນສຸຂະພາບໃຫ້ກໍາລັງທີ່ເຂົ້າຮ່ວມຊ້ອມຮົບມີສຸຂະພາບຮ່າງກາຍແຂງແຮງ ເພາະມີກຳລັງເສນາຮັກປະຈໍາຢູ່ພາກສະໜາມໃນການບໍລິການເບິ່ງແຍງ, ດູແລສຸຂະພາບໃຫ້ແກ່ພະນັກງານ-ນັກຮົບ ຕິດແໜ້ນດ້ານວຽກງານຂົນສົ່ງ ກໍໄດ້ຮັບປະກັນໃຫ້ແຕ່ລະກໍາລັງເຂົ້າຢຶດສະໜາມ ແລະ ຕອບສະໜອງວຽກງານອື່ນໆທີ່ກ່ຽວຂ້ອງຕາມສິດ, ພາລະບົດບາດດ້ວຍຄວາມຮັບຜິດຊອບສູງ.
ສະຫາຍ ຮອງຫົວໜ້າກົມເສນາພະລາ ຍັງໃຫ້ຮູ້ອີກວ່າ: ນັບຕັ້ງແຕ່ໄດ້ມີການເຄື່ອນກໍາລັງພົນ,ພາຫະນະ-ອາວຸດ ເຂົ້າສູ່ສະໜາມ ເລີ່ມຕັ້ງແຕ່ວັນທີ 2 ກໍລະກົດ 2024 ຮອດປັດຈຸບັນກໍາລັງພະລາທິການ ມີຄວາມພ້ອມ 100%, ມີຄວາມສາມາດຕອບສະໜອງວັດຖຸ, ເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ເບີກຈ່າຍນໍ້າມັນເຊື້ອໄຟໃຫ້ແຕ່ລະກົມກອງໄດ້ເປັນຢ່າງດີ ພິເສດແມ່ນໄດ້ມີການປະສານງານແຜນການຮ່ວມມືກັບກໍາລັງຂອງຝ່າຍຈີນ ໂດຍສະເພາະແມ່ນກຳລັງທີ່ຮັບປະກັນພະລາທິການຂອງກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງເຫັນໄດ້ວ່າພະລາທິການພາກສະໜາມແມ່ນສາມາດເຮັດລ້ອນໜ້າທີ່ໄດ້ຢ່າງຮອບດ້ານ ເພື່ອຮັບປະກັນໃຫ້ການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024" ໃນຄັ້ງນີ້ ປະສົບຜົນສໍາເລັດຕາມແຜນການ ແລະ ລະດັບຄາດ ໝາຍທີ່ວາງໄວ້.
ສ່ວນວຽກງານ ອຸປະໂພກ ສະຫາຍ ພັນໂທ ສູນທະລາ ພັນທະວົງ ຮອງຫົວໜ້າພະແນກອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ຜູ້ຊ່ວຍວຽກດ້ານພະລາທິການພາກສະໜາມການຊ້ອມຮົບຮ່ວມລາວ-ຈີນ ໄດ້ໃຫ້ຮູ້ວ່າ: ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນວຽກງານອຸປະໂພກ-ບໍລິໂພກ ຢູ່ພາກສະໜາມ ຄະນະຮັບຜິດຊອບໄດ້ເປັນເອກະພາບຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ເສນາທິການກອງທັບ ກໍຄືກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນການວຽກງານຮັບປະກັນຊີວິດການເປັນຢູ່ ໃນການຄຸ້ມຄອງ ລ້ຽງດູທັບ, ເບີກຈ່າຍເຄື່ອງອຸປະໂພກ- ບໍລິໂພກ ຕາມອັດຕາເປັນລະບົບຄົບຊຸດຢ່າງຄົບຖ້ວນ ທັງຮັບປະກັນໃຫ້ການກິນຢູ່ຂອງອ້າຍນ້ອງຢູ່ພາກສະໜາມໄດ້ກິນອີ່ມ-ນຸ່ງອຸ່ນ ໂດຍໄດ້ຈັດຕັ້ງ ໜ່ວຍງານປຸງແຕ່ງອາຫານໃຫ້ຖືກຫຼັກອະນາໄມ, ຮັບປະກັນກິນເຂົ້າມື້ໜຶ່ງຄົບ 3 ຄາບ,ນອກນັ້ນ ກໍເອົາໃຈໃສ່ຊີ້ນໍາວຽກງານປັບປຸງສະຖານທີ່ບ່ອນພັກເຊົາຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມເຝິກຊ້ອມຢ່າງໃກ້ຊິດຕິດແທດ, ຕິດພັນກັບການຊີ້ນໍາວຽກງານເຕັກນິກ, ພາຫະນະ, ອຸປະກອນຮັບໃຊ້ຕ່າງໆໃນພາກສະໜາມຢ່າງທົ່ວເຖິງ ແລະ ອໍານວຍຄວາມສະດວກໃຫ້ກອງກໍາລັງທີ່ເຂົ້າຮ່ວມຊ້ອມຮົບໄດ້ມີຊີວິດການເປັນຢູ່ທີ່ດີ ກຽມພ້ອມເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍ ທັງເຮັດໃຫ້ການເຝິກຊ້ອມຮົບຮ່ວມສອງກອງທັບລາວ-ຈີນ ຄັ້ງນີ້ມີຜົນສໍາເລັດຕາມແຜນການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ