
ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-07-11 09:16:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1045 | ຄວາມນິຍົມ:
ວັນທີ 10 ກໍລະກົດ 2024 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາສົກປີ 2023 - 2024, ໂດຍການເປັນປະທານຂອງ ສະຫາຍພົນຈັດຕະວາ ຄໍາແພງ ພູມມາແກ້ວ ກໍາມະຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າກົມເສນາຮັກກົມໃຫຍ່ທິການກອງທັບ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກົມໃຫຍ່ພະລາທິການກອງທັບ, ມີ ຄະນະກວດກາ, ຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນມີ ວິເສດສິນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານບົດສະຫຼຸບຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2023-2024 ແລະ ຜ່ານທິດທາງແຜນການປະຈໍາສົກປີ 2024-2025 ຂອງໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ, ເຊິ່ງໃນຜ່ານມາຄະນະພັກໄດ້ເອົາໃຈໃສ່ໃນການກໍ່ສ້າງພັກ ແລະ ປັບປຸງພັກ ທາງດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິນໍາພາ, ການນໍາພາປະຕິບັດໜ້າທີ່ການເມືອງ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ສຶກສາອົບຮົມພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ເວົ້າລວມ, ເວົ້າສະເພາະແມ່ນໜ້າທີ່ໃຫຍ່ທີ 3 ຮັບປະກັນພະລາທິການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ສະມາຊິກພັກ, ນັກຮົບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ປະຊາຊົນບັນດາເຜົ່າ, ຜ່ານການຈັດຕັ້ງບັ້ນດໍາເນີນກອງປະຊຸມຕີລາຄາຕາມມາດຖານ 5 ເນື້ອໃນສາມາດຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກແຂງໄດ້ 41 ສະຫາຍ, ຄະແນນລວມ ສະເລ່ຍ 9,83%, ນໍາສະເໜີຄະນະພັກຂັ້ນເທິງ ເພື່ອຄົ້ນຄົ້ວາ ແລະ ຢັ້ງຢືນຮັບຮອງເອົາໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາສົກປີ 2023-2024 ສະໄໝທີ 6 ຕິດຕໍ່ກັນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ກໍ່ໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ທຸກຂັ້ນ, ພ້ອມດ້ວຍພະນັກງານ-ສະມາຊິກພັກ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດເປັນກົກ, ເຊື່ອມຊຶມກໍາແໜ້ນແນວທາງ, ແຜນນະໂຍບາຍ ແລະ ບັນດາມະຕິຂອງພັກ ໃຫ້ຖັນແຖວພະນັກງານ-ສະມາຊິກພັກຢ່າງເລິກເຊິ່ງ, ດ້ວຍຫຼາຍຮູບການ, ວິທີການ, ພ້ອມທັງຈັດຕັ້ງດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຍົກສູງຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ກອງທັບ ແລະ ປະເທດຊາດ, ຕີຖອຍໄດ້ທັດສະນະ, ທ່າອ່ຽງແນວຄິດຜິດເຂວ, ຫຼາຍພັກ, ຫຼາຍເຄົ້າ, ເຮັດໃຫ້ພາຍໃນພັກມີຄວາມເປັນເອກະພາບ, ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ປຶກສາຫາລືຕົກລົງບັນຫາທີ່ສໍາຄັນເປັນໝູ່ຄະນະ, ມີການຕິດຕາມ, ກວດກາທຸກໆ ວຽກງານເອກະສານຕ່າງໆ ແລະ ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ, ສ່ອງແສງລາຍງານ ເພື່ອຂໍທິດຊີ້ນໍາຈາກຄະນະພັກ-ຄະນະບັນຊາຂັ້ນເທິງຢ່າງເປັນປົກກະຕິ, ເຮັດສໍາເລັດໜ້າທີ່ວຽກງານການເມືອງອັນສູງສົ່ງທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ