
ເຫຼົ່າຮົບເຕັກນິກເປັນເຈົ້າການຮັບປະກັນວຽກງານໃຫ້ແກ່ບັ້ນຊ້ອມຮົບຮ່ວມ ກອງທັບ ລາວ - ຈີນ “ ໂລ້ກຳບັງມິດຕະພາບ 2024 “
ເວລາອອກຂ່າວ: 2024-07-11 08:38:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1328 | ຄວາມນິຍົມ:
ເຫຼົ່າຮົບເຕັກນິກແມ່ນພາກສ່ວນໜຶ່ງທີ່ມີຄວາມສຳຄັນໃນການຊ່ວຍໜູນຮັບປະກັນວຽກງານທາງດ້ານເຕັກນິກໃຫ້ແກ່ບັນດາເຫຼົ່າຮົບຢູ່ພາກສະໜາມ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ, ພະນັກງານ-ນັກຮົບ ຂອງກົມໃຫຍ່ເຕັກນິກກອງທັບ, ໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານທາງດ້ານວິຊາສະເພາະຂອງຕົນ ເພື່ອເຮັດສຳເລັດໜ້າທີ່ໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ຕາມການມອບໝາຍຂອງຂັ້ນເທິງ.
ພາຍຫຼັງທີ່ໄດ້ຮັບຄໍາສັ່ງ ແລະ ແຜນການຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍ ການຈັດຕັ້ງກຳລັງ ແລະ ພາຫະນະ-ອາວຸດເຂົ້າຮ່ວມຊ້ອມຮົບກອງທັບ ລາວ-ຈີນ " ໂລ້ກໍາບັງມິດຕະພາບ 2024" ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ຄະນະຄວບຄຸມການຊ້ອມຮົບ-ປະສານງານຝ່າຍລາວ, ຄະນະຮັບຜິດຊອບເນື້ອໃນ, ກຳລັງເຂົ້າຮ່ວມ ແລະ ອະນຸກຳມະການຮັບປະກັນການຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນລະຫັດ “ໂລ້ກໍາບັງມິດຕະພາບ2024" ເພື່ອຈັດຕັ້ງປະຕິບັດຕາມແຜນການ ແລະ ຕາມການແຕ່ງຕັ້ງຂອງກະຊວງປ້ອງກັນປະເທດໃຫ້ສຳເລັດ. ກົມເສນາເຕັກນິກ ຈຶ່ງໄດ້ສ້າງແຜນການຮັບປະກັນວຽກງານເຕັກນິກໃຫ້ບັນດາກົມກອງທີ່ເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້ໃຫ້ສຳເລັດຜົນ ແລະ ທັນເວລາ. ເຊິ່ງຈຸດປະສົງ ເພື່ອຮັບປະກັນໃຫ້ພາຫະນະອາວຸດ-ຍຸດໂທປະກອນເຕັກນິກ ໃຫ້ການຊ້ອມຮົບຮ່ວມກອງທັບ ລາວ-ຈີນ ມີ ຄວາມຮັບປະກັນທາງດ້ານຈໍານວນ, ຊະນິດ, ຄຸນນະພາບຄົບຊຸດ ແລະ ທັນເວລາ, ນໍາໃຊ້ກຳລັງພົນ ແລະ ພາຫະນະວິຊາສະເພາະຮັບປະກັນໃຫ້ບັນດາພາຫະນະອາວຸດຍຸດໂທປະກອນເຕັກນິກທີ່ເຂົ້າຮ່ວມຫັດແອບ, ເພື່ອຮັບປະກັນໃຫ້ພາຫະນະ, ອາວຸດ-ຍຸດໂທປະກອນເຕັກນິກທີ່ເຂົ້າຮ່ວມຫັດແອບໃຫ້ຮັບປະກັນທາງດ້ານຄຸນນະພາບ, ຮັບປະກັນເຕັກນິກໃຫ້ໄດ້ 90% ຂຶ້ນໄປ, ຮັບປະກັນການກວດກາເຕັກນິກພາຫະນະ-ອາວຸດ ໃນໄລຍະກະກຽມເຂົ້າສະໜາມ, ຮັບປະກັນໃນເວລາຊ້ອມຫັດແອບ ແລະ ລາກແກ່ກັບຄືນກົມກອງໃນເວລາສໍາເລັດໃຫ້ມີຄວາມປອດໄພ 100%. ເຊິ່ງກໍາລັງ ແລະ ພາຫະນະອາວຸດຍຸດໂທປະກອນເຕັກນິກເຂົ້າຮ່ວມຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ "ໂລ້ກຳບັງມິດຕະພາບ2024". ມີກໍາລັງເຂົ້າຮ່ວມທັງໝົດ: 54 ສະຫາຍ; ພາຫະນະ ແລະ ອຸປະກອນຮັບປະກັນເຂົ້າຮ່ວມທັງໝົດ:18 ຄັນ ແລະ ໄດ້ຈັດຕັ້ງເປັນ 03 ໄລຍະຄື: ໄລຍະທີ 1 ກວດກາເຕັກນິກ, ພາຫະນະ, ອາວຸດກະສູນຂອງບັນດາກົມກອງທີ່ຈະເຂົ້າຮ່ວມໃຫ້ໄດ້ 90% ຂຶ້ນໄປ, ໄລຍະທີ 2 ຮັບປະກັນເຕັກນິກສ້ອມແປງພາຫະນະ, ລູກກະສຸນໃຫ້ກົມກອງຫັດແອບ ຢູ່ໃນສະໜາມ ແລະ ໄລຍະທີ 3 ກວດກາສະໜາມທຳລາຍລະເບີດທີ່ບໍ່ແຕກ, ຮັບປະກັນເຕັກນິກໃຫ້ກົມກອງຖອນກຳລັງກັບຄືນທີ່ຕັ້ງເດີມ.
ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງກົມເສນາເຕັກນີກ ກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ການເຂົ້າຮ່ວມຊ້ອມຮົບກອງທັບ ລາວ-ຈີນ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງ ດັ່ງນັ້ນ; ເພື່ອຮັບປະກັນໃຫ້ວຽກງານແຕ່ລະດ້ານບັນລຸຕາມຜົນສຳເລັດ ກົມໃຫຍ່ເຕັກນິກກອງທັບ ໄດ້ແບ່ງປັນຄວາມຮັບຜິດຊອບ ໂດຍແບ່ງອອກເປັນ 4 ພາກສ່ວນຄື: ພາກສ່ວນທີ 1 ແມ່ນພາກສ່ວນລົດລາກເຮັດໜ້າທີ່ກູ້ແກ່ພາຫະນະເຕັກນິກເຂົ້າສູ່ສະໜາມ ເປັນຕົ້ນແມ່ນລົດຕັງຍານເກາະເພື່ອເຂົ້າມາຫັດແອບຢູ່ພາກສະໜາມ, ພາກສ່ວນທີ 2 ແມ່ນພາກສ່ວນສ້ອມແປງ ຖືວ່າມີໜ້າທີ່ຕິດຕາມບັນດາລົດການນໍາ, ລົດຂອງກົມກອງຕ່າງໆທີ່ປະກອບສ່ວນໃນການຊ້ອມຮົບ ຖ້າຫາກມີການເປ່ເພແມ່ນຈະໄດ້ສ້ອມແປງຕາມທາງ ແລະ ກູ້ແກ່ລາກ, ພາກສ່ວນທີ 3 ພາກສ່ວນຮັບປະກັນອາວຸດ-ຍຸດໂທປະກອນ ພາກສ່ວນນີ້ໄດ້ຕິດຕາມການເບີກຈ່າຍຮັບອາວຸດຍຸດໂທປະກອນ ໃຫ້ແກ່ພາກສະໜາມ ເປັນຕົ້ນ ແມ່ນບັນດາເຫຼົ່າຮົບວິຊາສະເພາະ ຄື: ປືນໃຫຍ່, ປ້ອງກັນອາກາດ, ລົດຕັງຍານເກາະ ແລະ ທະຫານລາບ ຈຳນວນໜຶ່ງ, ພາກສ່ວນທີ 4 ຮັບປະກັນໃຫ້ແກ່ການສ້ອມແປງຄົງທີ່ເປັນຕົ້ນແມ່ນເມື່ອມາຮອດພາກສະໜາມແລ້ວລົດມີການເປ່ເພຢູ່ບັນດາກົມກອງທີ່ເຂົ້າມາຮ່ວມໃນການຊ້ອມຮົບ ຖ້າມີການເປ່ເພຈະໄດ້ຂຶ້ນແຜນຂໍອານຸມັດຈາກຂັ້ນເທິງ ເພື່ອຂໍຊື້ວັດຖຸອາໄຫຼ່ຈຳນວນໜຶ່ງມາປ່ຽນຖ່າຍ ແລະ ສ້ອມແປງຕາມພາລະບົດບາດໜ້າທີ່ ທີ່ກົມໃຫຍ່ເສນາທິການກອງທັບ ກໍຄື ກົມໃຫຍ່ເຕັກນິກກອງທັບມອບໝາຍໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂດຍ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ