ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ກອງບັນຊາການທະຫານນະຄອນ ຮາຍຟອງ ຕ້ອນຮັບຄະນະເຝິກອົບຮົມວຽກງານຫ້ອງການ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2024-07-11 08:36:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1133 | ຄວາມນິຍົມ:



ວັນທີ 10 ກໍລະກົດ 2024, ຄະນະເຝິກອົບວຽກງານຫ້ອງການ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໄດ້ເດີນທາງໄປແລກປ່ຽນບົດຮຽນວຽກງານຫ້ອງການ ຢູ່ ກອງບັນຊາການທະຫານນະຄອນ ຮາຍຟອງ ທະຫານເຂດ 3 ກອງທັບປະຊາຊົນຫວຽດນາມ ໂດຍໃຫ້ການຕ້ອນຮັບ ຂອງສະຫາຍພັນເອກ ພິເສດ ຫວູ ວັນ ເມັນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຮາຍຟອງ ພ້ອມດ້ວຍຄະນະ ດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຖານສະຫາຍອ້າຍນ້ອງຮັກແພງ. ສະຫາຍພັນເອກ ພິເສດ ຫງວຽນຕ໋ຽນແມງ ພະນັກງານຫ້ອງການ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ລາຍງານຈຸດປະສົງການມາແລກປ່ຽນບົດຮຽນ ຂອງຄະນະເຝິກອົບຮົມວຽກງານຫ້ອງການ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ໃນຄັ້ງນີ້, ຈາກນັ້ນ, ສະຫາຍ ພັນໂທ ມີໄຊ ວົງພະຈັນ ຮອງຫົວໜ້າຫ້ອງການບໍລິຫານ ໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ, ຫົວໜ້າຄະນະເຝິກອົບຮົມວຽກງານຫ້ອງການ ໄດ້ລາຍງານສະພາບໂດຍຫຍໍ້ຂົງເຂດວຽກງານພັກ-ວຽກງານການເມືອງຫ້ອງການ ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ພ້ອມນັ້ນ, ສະຫາຍ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຮາຍຟອງ ໄດ້ລາຍງານຜົນງານ, ທີ່ຕັ້ງ, ພາລະບົດບາດ, ການເຄື່ອນໄຫວ ໃນໄລຍະຜ່ານມາ ຂອງກົມກອງທີ່ໄດ້ຮັບມອບໝາຍໜ້າທີ່ຈາກຂັ້ນເທິງ ເວົ້າລວມ, ເວົ້າສະເພາະກອງທັບປະຊາຊົນຫວຽດນາມ ໂດຍແຕ່ລະໄລຍະຜ່ານມາ ກົມກອງໄດ້ເຮັດສໍາເລັດໜ້າທີ່ ແລະ ໄດ້ຮັບການຍ້ອງຍໍຜົນງານໃນຫຼາຍດ້ານຈາກພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ເປັນຈໍານວນຫຼວງຫຼາຍ. ຫຼັງຈາກນັ້ນ, ສະຫາຍ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຮາຍຟອງ ທະຫານເຂດ 3 ກອງທັບປະຊາຊົນຫວຽດນາມ ໄດ້ນໍາພາຄະນະເຝິກອົບຮົມວຽກງານຫ້ອງການ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ້ຽມຊົມຫໍມູນເຊື້ອປະຫວັດສາດ ແລະ ສະຖານທີ່ຄ້າຍຄູ ຈໍານວນໜຶ່ງ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ