ເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ
ເວລາອອກຂ່າວ: 2024-07-10 15:39:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1117 | ຄວາມນິຍົມ:
ປະເທດເຮົາເປັນປະເທດນ້ອຍພົນລະເມືອງບໍ່ຫຼາຍ ແຕ່ຊໍ້າພັດອຸດົມສົມບູນດ້ວຍສີສັນຂອງຊົນເຜົ່າ ແຕ່ລະເຜົ່າມີປະຫວັດຄວາມເປັນມາ ພາສາປາກເວົ້າ, ຮີດຄອງປະເພນີບໍ່ຄືກັນ,ລະດັບການດໍາລົງຊີວິດຂອງບັນດາເຜົ່າກໍແຕກໂຕນກັນຫຼາຍ ເຖິງຢ່າງໃດກໍຕາມທຸກຊົນເຜົ່າລ້ວນແຕ່ໄດ້ສໍາພັນກັນເປັນວົງຄະນະຍາດແຫ່ງຊາດລາວອັນໜຶ່ງອັນດຽວກັນ ຜ່ານທຸກຍຸກທຸກສະໄໝ ແຕ່ລະເຜົ່າໄດ້ມີພັນທະ ແລະ ໜ້າທີ່ກໍ່ຕັ້ງ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ປະຊາຊົນບັນດາເຜົ່າມີມູນເຊື້ອຮັກຊາດສາມັກຄີເປັນປຶກແຜ່ນມີນໍ້າໃຈຕໍ່ສູ້ອົງອາດກ້າຫານ,ນໍ້າໃຈດຸໝັ່ນຂະຫຍັນພຽນ ແລະ ຫົວຄິດປະດິດສ້າງໃນການອອກແຮງງານ ມາຮອດໄລຍະມີພັກປະຊາຊົນປະຕິວັດລາວນໍາພາ ມູນເຊື້ອດັ່ງກ່າວຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າຂອງຊາດ.
ບົດຮຽນແຫ່ງການນໍາພາຂອງພັກໃນຫຼາຍສິບປີທີ່ຜ່ານມາໄດ້ຢືນຢັນຢ່າງໜັກແໜ້ນວ່າ ການເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ,ບັນດາຊັ້ນຄົນ ເພດໄວ ແລະ ສາສະໜາພາຍໃຕ້ການນໍາພາຂອງພັກ ແມ່ນມູນເຊື້ອອັນດີງາມ ແມ່ນກໍາລັງແຮງຊະນະເລີດ ແລະ ເປັນປັດໄຈຕັດສິນຊີ້ຂາດຂອງພາລະກິດຕໍ່ສູ້ກູ້ຊາດ ການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ກໍຄື ຕໍ່ຄວາມໝັ້ນຄົງຂອງລະບອບການເມືອງ ແລະ ຄວາມຍືນຍົງຄົງຕົວຂອງຊາດເຮົາ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ພັກເຮົາຍາມໃດກໍຖືວ່າປະຊາຊົນບັນດາເຜົ່າ ແມ່ນກໍາລັງພື້ນຖານຂອງການປະຕິວັດ ຍາມໃດກໍອີງໃສ່ກໍາລັງແຮງຂອງປະຊາຊົນບັນດາເຜົ່າເປັນຜູ້ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ບັນດາເຜົ່າແມ່ນກໍາລັງປະຕິວັດທີ່ກວ້າງຂວາງ ແມ່ນບ່ອນອີງອັນແໜ້ນແກ່ນໃຫ້ແກ່ການປະຕິວັດ ໃນເວລາປະເທດຊາດບໍ່ທັນໄດ້ຮັບການປົດປ່ອຍ ພັກເຮົາໄດ້ອີງໃສ່ປະຊາຊົນເປັນຕົ້ນຕໍ ໄດ້ກໍ່ສ້າງປະຊາຊົນເປັນກໍາລັງປະຕິວັດ ພາຍຫຼັງປົດປ່ອຍປະເທດຊາດໄດ້ຢ່າງສົມບູນແລ້ວ ກໍຍັງຕ້ອງອີງໃສ່ປະຊາຊົນບັນດາເຜົ່າເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນເງື່ອນໄຂທີ່ປະເທດເຮົາພວມດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໃນປັດຈຸບັນນີ້ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີໃນທົ່ວພັກ ແລະ ທົ່ວປວງຊົນເຮົາຍິ່ງມີບົດບາດສໍາຄັນໃນການປົກປັກຮັກສາບົດບາດອິດທິພົນຂອງພັກ-ລັດ ແລະ ລະບອບໃໝ່ຂອງພວກເຮົາ ຍ້ອນວ່າໃນເງື່ອນໄຂດັ່ງກ່າວ ບັນດາອິດທິກໍາລັງປໍລະປັກຍັງບໍ່ປະລະກົນອຸບາຍຫວັງມ້າງເພພວກເຮົາໃນທຸກດ້ານ ໂດຍສະເພາະພວກມັນຊອກວິທີຊື້ຈ້າງຈອບອອຍ ໃສ່ຮ້າຍປ້າຍສີ ແລະ ປັ່ນປ່ວນປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດເຮົາ ຍຸຍົງສົ່ງເສີມກົນອຸບາຍແບ່ງແຍກຄວາມສາມັກຄີບັນດາເຜົ່າ ສ້າງຄວາມລະແວງສົງໄສໃນໝູ່ປະຊາຊົນຕໍ່ກັບພັກ-ລັດ ແລະ ລະບອບໃໝ່.
ສະນັ້ນ, ຍິ່ງກວ່າເວລາໃດໝົດ ພວກເຮົາຕ້ອງໄດ້ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ,ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ສ້າງໃຫ້ບັນດາເຜົ່າມີຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ມີຄວາມຕື່ນຕົວຮັກຊາດ,ຮັກບ້ານເກີດເມືອງນອນ ຮັກບັນດາເຜົ່າ ແລະ ຮັກເຜົ່າຕົນເອງ ເປັນເຈົ້າການໃນການບຸກບືນແກ້ໄຂຄວາມທຸກຍາກ,ສຶກສາອົບຮົມໃຫ້ປະຊາຊົນລາວບັນດາເຜົ່າຮູ້ຈໍາແນກມິດ-ສັດຕູ ເຫັນໄດ້ກົນອຸບາຍລາຍລ່ຽມ,ເລ່ກົນຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ ມີຄວາມເຊື່ອໝັ້ນຕາຍໃຈຕໍ່ພັກ-ລັດ ແລະ ຈຸດໝາຍກ້າວຂຶ້ນຂອງປະເທດຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງກັນ ຫຼາຍເຜົ່າຢູ່ຮ່ວມກັນດ້ວຍຄວາມຮັກໃຄ່ໄມຕີ ຊ່ວຍເຫຼືອຮັກແພງກັນ ຫຼີກເວັ້ນການຈໍາແນກ ຂັດແຍ້ງກັນ ອັນຈະພາໄປເຖິງບ່ອນການແຕກແຍກຂອງປະຊາຊົນບັນດາເຜົ່າ.
ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ ເຮັດໃຫ້ທົ່ວສັງຄົມມີຄວາມປອງດອງກັນ ຈຶ່ງຈະຕ້ານໄດ້ກົນອຸບາຍຫວັງມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ເຕົ້າໂຮມໄດ້ກໍາລັງແຮງອັນມະຫາສານຂອງປະຊາຊົນທຸກເຜົ່າ,ທຸກຊັ້ນຄົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ກ້າວເດີນໄປສູ່ຈຸດໝາຍທີ່ວາງໄວ້.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ