ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງປະຊຸມພົບປະແລກປ່ຽນສະພາບຊາຍແດນຫວ່າງລະຫວ່າງ 2 ກອງບັນຊາການທະຫານ
ເວລາອອກຂ່າວ: 2024-07-10 15:05:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1181 | ຄວາມນິຍົມ:



ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຄຸ້ມຄອງຊາຍແດນລະຫວ່າງປະເທດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນວັນທີ 4 ກໍລະກົດ 2024 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບຊາຍແດນສອງຝ່າຍລະຫວ່າງກອງບັນຊາານທະຫານແຂວງຜົ້ງສາລີ ສປປ ລາວ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນ ກິ່ງແຂວງສິບສອງພັນນາ ປະຈໍາເມືອງຫຼ້າ ສປຈີນ, ທີ່ກອງບັນຊາການທະຫານແຂວງຜົ້ງສາລີ ແຫ່ງ ສປປລາວ ເປັນເຈົ້າພາບ, ຝ່າຍລາວນໍາໂດຍ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືຶອງ ກອງບັນຊາການທະຫານແຂວງຜົ້ງສາລີ, ຝ່າຍຈີນ ນໍາໂດຍ ສະຫາຍ ພັນເອກ ພິເສດ ຢາງຈິນ ຫົວໜ້າການທະຫານ ກອງບັນຊາການທະຫານປ້ອງກັນຊາຍແດນ ກິ່ງແຂວງສິບສອງພັນນາ ປະຈໍາເມືອງຫຼ້າ ສປຈີນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້້າຮ່ວມ. ໃນກອງປະຊຸມທັງສອງຝ່າຍໄດ້ລາຍງານແລກປ່ຽນສະພາບຈຸດພິເສດຂອງທັງສອງຝ່າຍໃຫ້ກັນຊາບ, ເປັນຕົ້ນແມ່ນສະພາບຊາຍແດນລາວ-ຈີນ ຜົ້ງສາລີ-ເມືອງຫຼ້າ, ບົນພື້ນຖານແມ່ນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າຢູ່ລຽບຕາມຊາຍແດນສອງຝ່າຍແມ່ນມີຄວາມຮັບຮູ້ເຂົ້າໃນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິເຄົາລົບກົດໝາຍຢ່າງຖືກຕ້ອງ ແລະ ເຂັ້ມງວດ, ພ້ອມກັນຕ້ານ ແລະ ສະກັດກັ້ນການເຄື່ອນໄຫວກໍ່ອາດສະຍາກໍາຂ້າມຊາດຂອງກຸ່ມຄົນບໍ່ດີຕາມຊາຍແດນລາວ-ຈີນ, ໂດຍສະເພາະແມ່ນການຄ້າຂາຍເຖືອນ, ການຂຸດຄົ້ນເຄື່ອງປ່າຂອງດົງ, ລ່າສັດນໍ້າສັດປາ, ການເອົາຜົວ, ເອົາເມຍທີ່ບໍ່ຖືກຕ້ອງຕາມກົດ ໝາຍ ລະຫວ່າງຊາດ ແລະ ວຽກງານອື່ນໆ ແມ່ນໄດ້ຮັບການແກ້ໄຂ ແລະ ມີຄວາມສະຫງົບເປັນຢ່າງດີ. ທິດທາງໃນຕໍ່ໜ້າແມ່ນຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນແຫ່ງໄມຕີຈິດ, ມິດຕະພາບ, ການຮ່ວມຮອບດ້ານລະຫວ່າງສອງຊາດ, ສອງກອງທັບ, ໂດຍສະເພາະແມ່ນສອງກອງບັນຊາການທະຫານແຂວງຜົ້ງສາລີ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນ ກິ່ງແຂວງສິບສອງພັນນາ ປະຈໍາເມືອງຫຼ້າ ສປຈີນ, ໂດຍພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນສະພາບ ປີລະ 1 ຄັ້ງ, ເພື່ອປົກປັກຮັກສາ, ຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບຢ່າງໜັກແໜ້ນ. ຂ່າວ, ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ