ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊຈັດຕັ້ງສອບເສັງເອົານັກຮຽນເຂົ້າຮຽນກໍ່ສ້າງວັດທະນະທໍາ ມໍ6-ມໍ7 ສົກຮຽນ 2024-2025
ເວລາອອກຂ່າວ: 2024-07-10 14:50:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1235 | ຄວາມນິຍົມ:



ການຈັດຕັ້ງສອບເສັງເອົານັກຮຽນເຂົ້າຮຽນກໍ່ສ້າງວັດທະນະທຳ ມໍ6-ມໍ7 ໃນສົກຮຽນ 2024-2025. ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2024 ນີ້, ໂດຍການຊີ້ນຳ ແລະ ເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີສະຫາຍ ພັນເອກ ວິດອນ ພຸດດາວົງ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ, ມີບັນດາ ຄູ-ອາຈານ, ຄະນະກຳມະການສອບເສັງ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ທະນົງສິນ ລັດທະພົນ ຫົວໜ້າພະແນກສະຖິຕິ ກົມໂຮງຮຽນ ໄດ້ຂື້້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍກົດລະບຽບ ການຈັດຕັ້ງສອບເສັງຄັດເລືອກເອົານັກຮຽນເຂົ້າຮຽນກໍ່ສ້າງວັດທະນະທຳ ມໍ6-ມໍ7 ຢູ່ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊອີງຕາມຂໍ້ກຳນົດວ່າດ້ວຍມາດຖານເງື່ອນໄຂເຂົ້າຮຽນ ກໍ່ສ້າງ-ບຳລຸງ ຂອງນາຍ ແລະ ພົນທະຫານ ຢູ່ວິທະຍາຄານ,ໂຮງຮຽນ ແລະ ປະຕິບັດຕາມແຜນການສອບເສັງຂອງກົມໂຮງຮຽນເຊີ່ງກຳນົດເອົາໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊເປັນສູນສອບເສັງ ພາກໃຕ້.ທັງນີ້ກໍ່ ເພື່ອເປັນການຈັດຕັ້ງສອບເສັງເອົານັກຮຽນຜູ້ທີ່ມີຄຸນສົມບັດສິນທຳປະຕິວັັດ, ຮຽນດີ - ຮຽນເກັ່ງ, ມີຄວາມຮູ້ ຄວາມສາມາດ, ຖືກຕ້ອງຕາມທິດທາງກໍ່ສ້າງກຳລັງຂອງກະຊວງປ້ອງກັນປະເທດວາງອອກ ແລະ ຖືກຕ້ອງຕາມລະບຽບການຂອງການສອບເສັງທີ່ກະຊວງສຶກສາ ແລະ ກິລາວາງອອກ ແລະ ໃຫ້ໄດ້ຮັບປະສິດຕິພາບສູງ, ການສອບເສັງໃນຄັ້ງນີ້ ລວມມີ 3 ວິຊາສອບເສັງຄື: ວິຊາຄະນິດສາດ, ວິຊາພາສາລາວ ແລະ ວິຊາພາລະສຶກສາ. ເຊິ່ງມີນັກສອບເສັງທັງໝົດຈຳນວນ 60 ຄົນ, ການສອບເສັງຄັ້ງນີ້ແມ່ນໃຊ້ເວລາ 2 ວັນຈິ່ງສໍາເລັດ. ໂດຍ: ສົມພົງ ແກ້ວປະເສີດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ