ຄະນະແພດທະຫານກອງທັບ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2024-07-10 14:23:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1622 | ຄວາມນິຍົມ:
ວັນທີ 10 ກໍລະກົດ 2024 ນີ້, ຄະນະແພດທະຫານກອງທັບ ແຫ່ງຣາຊະອານາຈັກໄທ ນໍາໂດຍ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ຮອງເຈົ້າກົມກິດຈະການຊາຍແດນທະຫານ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ໂດຍການຕ້ອນຮັບ ຂອງທ່ານ ພັນເອກ ຮຈ ປອ ສະແຫວງໄຊ ດາລາສາດ ຜູ້ອໍານວຍການ, ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ.
ທ່ານ ພັນເອກ ຮຈ ປອ ສະແຫວງໄຊ ດາລາສາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບ ຂອງທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ພ້ອມຄະນະ ໃນຄັ້ງນີ້, ເຊິ່ງເປັນການເພີ່ມທະວີສາຍພົວພັນມີດຕະພາບຖານບ້ານໃກ້ເຮືອນຄຽງ, ເປັນຕົ້ນແມ່ນການຮ່ວມມືທາງດ້ານເຕັກນິກການແພດ ໃຫ້ມີບາດກ້າວອັນໃໝ່ ແລະ ໃກ້ຊິດກັນຫຼາຍຂຶ້ນ. ຈາກນັ້ນ, ຄະນະແພດທະຫານ ແຫ່ງຣາຊະອານາຈັກໄທ ກໍໄດ້ຜັດປ່ຽນກັນຂຶ້ນບັນຍາຍ, ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບຫຼັກການປີ່ນປົວພະຍາດໄຂ້ເລືອດອອກ, ເຕັກນິກການແພດທາງການທະຫານ ແລະ ອື່ນໆ... ຢ່າງມີວິທະຍາສາດ ທີ່ເຕັມໄປດ້ວຍບົດຮຽນ ແລະ ຄວາມຮູ້ອັນໃໝ່ ທີ່ສາມາດນໍາໃຊ້ໄດ້ຈິງໃນການຊ່ວຍປິ່ນປົວຄົນເຈັບ.
ໂອກາດນີ້, ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ, ຍົກໃຫ້ເຫັນ ສາຍພົວພັນການຮ່ວມມື ລະຫວ່າງ ສອງກອງທັບ ລາວ-ໄທ, ໄທ-ລາວ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ໂດຍສະເພາະແມ່ນ ການພົບປະແລກປ່ຽນບົດຮຽນຂອງຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ ສ່ວນວຽກງານແພດການທະຫານ ກໍເປັນວຽກງານໜຶ່ງທີ່ສອງກອງທັບ ໃຫ້ຄວາມສຳຄັນໃນການແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການອັນດີຮ່ວມກັນຕະຫຼອດໄລຍະທີ່ຜ່ານມາ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ