
ຫົວໜ້າການເມືອງທະຫານແຂວງວຽງຈັນລົງເຄື່ອນໄຫວຊຸກຍູ້ ແລະ ຢ້ຽມຢາມອ້າຍນ້ອງຢູ່ບັນດາປ້ອມ ທາງລົດໄຟ ລາວ-ຈີນ
ເວລາອອກຂ່າວ: 2024-07-10 14:19:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1777 | ຄວາມນິຍົມ:
ໃນລະຫວ່າງວັນທີ 4-5 ກໍລະກົດ 2024 ຜ່ານມານີ້, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍ ຄະນະຮັບຜິດຊອບຊີ້ນຳເສັ້ນທາງລົດໄຟລາວ-ຈີນ, ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຢ້ຽມຢາມອ້າຍນ້ອງຢູ່ບັນດາປ້ອມ ທີ່ເຮັດໜ້າທີ່ປ້ອງກັນເວນຍາມຕາມອຸໂມງເສັ້ນທາງລົດໄຟລາວ-ຈີນ.
ການລົງເຄື່ອນໄຫວຊຸກຍູ້ ຄັ້ງນີ້ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍອ້າຍນ້ອງພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ຂອງຕົນຕາມການໝອບໝາຍ ຈົນມີຜົນສໍາເລັດເປັນກ້າວໆ, ເຖິງແມ່ນວ່າຈະມີອຸປະສັກຫຍຸ້ງຍາກປານໃດກໍາຕາມ ແຕ່ທຸກສະຫາຍກໍ່ຍັງມີແນວຄິດອຸ່ນອຽນ ທຸ່ນທ່ຽງ ປະກອບສ່ວນເຂົ້າໃນວຽກງານລວມຂອງຊາດ ໂດຍສະເພາະແມ່ນ ການປ້ອງກັນ ເສັ້ນທາງລົດໄຟລາວ-ຈີນ, ທີ່ຜ່ານຂອບເຂດບໍລິເວນແຂວງວຽງຈັນພວກເຮົາດ້ວຍຄວາມຮັບຜິດຊອບສູງ. ເພື່ອເປັນການສືບຕໍ່ເຮັດໃຫ້ສະພາບມີຄວາມສະຫງົບ ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ຮັບຜິດຊອບແຕ່ລະປ້ອມເອົາໃຈໃສ່ປ້ອງກັນເວນຍາມ, ຈັດຕັ້ງກຳລັງອອກເຄື່ອນໄຫວກວດກາສາລະເວ ຕິດຕາມສະພາບການ ບໍ່ໃຫ້ພວກກຸ່ມຄົນບໍ່ດີເຂົ້າມາກໍ່ຄວາມບໍ່ສະຫງົບໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການລຳລຽງຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງຂະບວນລົດໄຟແລ່ນໃນແຕ່ລະວັນໃຫ້ມີຄວາມປອດໄພ100%, ພ້ອມທັງແນະນຳໃຫ້ບັນດາຫົວໜ້າປ້ອມແຕ່ລະປ້ອມ ເອົາໃຈໃສ່ລົງກໍ່ສ້າງຮາກຖານການແບບມູນເຊື້ອຢູ່ຕາມເສັ້ນທາງລົດໄຟ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ, ໃຫ້ເປັນເຈົ້າການປ້ອງກັນເວນຍາມ ເພື່ອສ້າງຄວາມເຊື້ອໝັ້ນໃຫ້ແກ່ບັນດາກຸ່ມບໍລິສັດ ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ພ້ອມນັ້ນກໍ່ໄດ້ຊີ້ນຳໃຫ້ແຕ່ລະປ້ອມເອົາໃຈໃສ່ຮັກສາຄວາມສະອາດ, ສະຖານທີ່ພັກອາໃສ, ການນຸ່ງຖືໃຫ້ເປັນລະບຽບ, ພ້ອມທັງຖືເອົາການປູກຝັງ-ລ້ຽງສັດ ເປັນບັນຫາສຳຄັນ ໂດຍອີງໃສ່ເງື່ອນໄຂພາບຕົວຈິງຂອງແຕ່ລະປ້ອມ ເພື່ອຮັບປະກັນຊີວິດການເປັນຢູ່ຂອງອ້າຍນ້ອງແຕ່ລະວັນ. ການລົງເຄື່ອນໄຫວຄັ້ງນີ້ຍັງໄດ້ນໍາເອົາໄຟໂຊລາເຊວ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ອ້າຍນ້ອງແຕ່ລະປ້ອມອີກດ້ວຍ.
ພາບ-ຂ່າວ: ສຸວັນໂນ ອາດຊະນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ