ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ເຊັນສັນຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງມືຮັບໃຊ້ການແພດ
ເວລາອອກຂ່າວ: 2024-07-10 10:44:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 916 | ຄວາມນິຍົມ:



ວັນທີ 9 ກໍລະກົດ 2024 ນີ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນ ຍາຊື້-ຂາຍຢາ, ເຄມີ ແລະ ເຄື່ອງມືຮັບໃຊ້ການແພດຮ່ວງປະກັນສຸຂະພາບ ແລະ ບໍລິການເສຍຄ່າໃຫ້ບັນດາໂຮງໝໍຂອງກອງທັບໃນຂອບເຂດທົ່ວປະເທດ ປະຈໍາປີ 2024, ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂື້ນຢູ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຈັດຊື້, ຈັດຈ້າງກົມໃຫຍ່ພະລາທິການກອງທັບ, ມີ ຄະນະນໍາກົມໃຫຍ່ພະລາທິການກອງທັບ, ກົມເສນາຮັກ, ບັນດາບໍລິສັດ, ລັດວິສາຫະກິດ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ອີງຕາມກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາ, ຕິດຕາມ, ຈັດຊື້ຢາ, ເຄມີ ແລະ ເຄື່ອງມືຮັບໃຊ້ການແພດຮ່ວງບໍລິການເສຍຄ່າ-ປະກັນສຸຂະພາບຢູ່ບັນດາໂຮງໝໍຂອງກອງທັບໃນຂອບເຂດທົ່ວປະເທດ, ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບເຮັດສັນຍາຊື້-ຂາຍສິນຄ້າຮ່ວມກັນ, ໂດຍມີຂໍ້ກຳນົດ ແລະ ເງື່ອນໄຂລະອຽດ ວ່າດ້ວຍສິນຄ້າ, ການສັ່ງຊື້, ການຫຸ້ມຫໍ່ ແລະ ການຮັບປະກັນຄຸນນະພາບ, ການຈັດສົ່ງ, ຈຸດມອບ-ຮັບ, ກໍານົດເວລາ, ການກວດກາ, ການສໍາລະສະສາງ, ອາຍຸຂອງສັນຍາ ແລະ ຜ່ານການຂຶ້ນທະບຽນຢູ່ກະຊວງສາທາລະນະສຸກ ແລະ ມີແຫຼ່ງຜະລິດຖືກຕ້ອງຕາມລະບຽບກົດໝາຍ, ການເຊັນສັນຍາຈັດຊື້-ຂາຍຢາ, ເຄມີ ແລະ ເຄື່ອງມືຮັບໃຊ້ການແພດຮ່ວງປະກັນສຸຂະພາບ-ບໍລິການເສຍຄ່າ ໃຫ້ບັນດາໂຮງໝໍຂອງກອງທັບ ໃນຂອບເຂດທົ່ວປະເທດ ປະຈໍາປີ 2024 ໃນຄັ້ງນີ້, ເຊິ່ງລວມມີ 37 ພາກສ່ວນ ຫົວໜ່ວຍບໍລິສັດ ແລະ ລັດວິສາຫະກິດ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ