ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງພົນທີ 4 ສະຫຼຸບຖອດຖອນບົດຮຽນວຽກງານນໍາພາ ແລະ ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2024
ເວລາອອກຂ່າວ: 2024-07-09 15:45:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 954 | ຄວາມນິຍົມ:



ໃນວັນທີ 05 ກໍລະກົດ 2024, ກອງພົນທີ4 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຕີລາຄາວຽກງານນໍາພາ ແລະ ວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງຄະນະພັກ-ຄະນະບັນຊາກອງພົນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 4, ມີ ສະຫາຍ ພົນຈັດຕະວາ ຂັນທີ ສະໝາມອຸ່ນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 4, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫ່ຼງອົງການ, ກົມກອງ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພັນໂທ ໄຊບຸນຫຼ້າ ດວງຊົມພູ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງພົນທີ 4 ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ທີ່ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ນໍາພາ-ຊີ້ນໍາ ເຮັດໃຫ້ສະພາບມີຄວາມສະຫງົບ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຈັດຕັ້ງກໍາລັງລົງເຄື່ອນໄຫວຂອບເຂດຮັບຜິດຊອບເພື່ອເກັບກໍາສະພາບການ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສຸມໃສ່ຈັດຕັ້ງລະບົບປະຈໍາການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ, ປ້ອງກັນເປົ້າໝາຍຍຸດທະສາດ ແລະ ຈຸດຫຼໍ່ແຫຼມຕ່າງໆ, ນໍາພາ-ຊີ້ນໍາໜ້າທີ່ປັບປຸງກໍ່ສ້າງກໍາລັງ,ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຮັດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກອງທັບ ແລະ ຕໍ່ປະຊາຊົນ, ໄດ້ບູລະນະການຈັດຕັ້ງພັກ ແລະ ການຈັດຕັ້ງບັນຊາ ແຕ່ລະຂັ້ນຖືກຕາມລະບຽບຫຼັກການ ແລະ ແທດເໝາະກັບເງື່ອນໄຂຕົວຈິງ; ເອົາໃຈໃສ່ວຽກງານຄຸ້ມຄອງກໍາລັງພົນ, ການປະກອບອາວຸດກະສູນ, ຊຸກຍູ້ຂະບວນການດ້ານຕ່າງໆຢ່າງຕໍ່ເນື່ອງ ແລະ ເປັນຂະບວນຟົດຟື້ນ,ນໍາພາ-ຊີ້ນໍາ ປະຕິບັດໜ້າທີ່ຮັບປະກັນວຽກງານພະລາທິການ-ເຕັກນິກ ,ຈັດຕັ້ງນໍາພາ ແລະ ເຮັດວຽກງານຮັບປະກັນດ້ານພະລາທິການໃຫ້ແກ່ການກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ, ແກ້ໄຂໄພພິບັດ ແລະ ເຮັດວຽກງານບໍລິຫານຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃດີຂຶ້ນເທື່ອລະກ້າວ, ດ້ານວຽກງານເຕັກນິກ ໄດ້ຊີ້ນໍາວິຊາສະເພາະເຕັກນິກ ໃຫ້ມີຄວາມຮັບຜິດຊອບສູງໃນການຈັດຕັ້ງກວດກາ, ຄຸ້ມຄອງ, ປົກປັກຮັກສາ, ສ້ອມແປງ ແລະ ການນໍາໃຊ້ພາຫະນະ, ອາວຸດ-ກະສູນ ເພື່ອຫຼີກລ້ຽງການເປ່ເພ ແລະ ເສຍຫາຍໂດຍບໍ່ມີເຫດຜົນ, ການພົວພັນຮ່ວມມືໄດ້ປະສານສົມທົບກັບກົມກອງແຮກສ່ຽວ ແລະ ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນຍັງໄດ້ພົວພັນກັບອໍານາດການປົກຄອງທ້ອງຖິ່ນ ເພື່ອປະສານສົບທົບໜ້າທີ່ວຽກງານ ແລະ ຮັກສາແໜ້ນຄວາມສາມັກຄີຮັກແພງທີ່ເປັນມູນເຊື້ອໄວ້ໃຫ້ໝັ້ນຄົງ. ສ່ວນທິດທາງແຜນການໃນຕໍ່ໜ້າກົມກອງຈະເພີ່ມທະວີປັບປຸງແຕ່ລະວຽກງານໃຫ້ໄດ້ດີ ແລະ ມີຜົນສໍາເລັດກ່ວາເກົ່າ. ໃນກອງປະຊຸມຕາງໜ້າກົມກອງຮາກຖານ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ກ່ຽວກັບບັນດາວຽກສໍາຄັນທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ພ້ອມທັງສະເໜີຄົ້ນຄ້ວາຫາວິທີແກ້ໄຂຈຸດຄົງຄ້າງ ເຊິ່ງມີເນື້ອໃນຄົບຖ້ວນ ແລະ ກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ. ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດໄດ້ກ່າວເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ຈັດຕັ້ງກໍາລັງປະຈໍາການກຽມພ້ອມສູ້ຮົບ, ເອົາໃຈໃສສຶກສາອົບຮົບການເມືອງ-ນໍາພາແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຕັ້ງໜ້າອົບຮົມ-ຫັດແອບ ການເມືອງ-ການທະຫານ ເພື່ອຮັບປະກັນເຮັດສໍາເລັດໜ້າທີ່, ເພີ່ມທະວີຄວາມສາມັກຄີພາຍໃນ ຕິດພັນແໜ້ນ ກັບ ການປະຕິບັດນະໂຍບາຍໃຫ້ຖືກຕ້ອງສອດຄ່ອງ, ເປັນເຈົ້າການເຮັດວຽກງານຮັບປະກັນຊີວິດການເປັນຢູ່ໃຫ້ດີຂຶ້ນດ້ວຍການປູກ-ການລ້ຽງ ເພື່ອກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ຜັນຂະຫຍາຍວຽກງານພົວພັນຮ່ວມມືພາຍໃນ ແລະ ຕ່າງປະເທດ ໃຫ້ດີ, ພ້ອມກັນສຸມໃສ່ສ້າງຜົນງານ ແລະ ສ້າງຂະບວນການດ້ານຕ່າງໆເພື່ອຮັບຕ້ອນບັນດາກອງປະຊຸມໃຫຍ່ຂັ້ນຕ່າງໆຂອງກະຊວງແລະຂອງກອງພົນໃຫ້ຟົດຟື້ນແຂງແຮງ. ໂດຍ: ຮທ ໂພພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ