
ທະຫານແຂວງບໍ່ແກ້ວສ້າງຂະບວນການແຂ່ງຂັນກິລາ ແລະ ພົບປະເເລກປ່ຽນບົດຮຽນກັບທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງບໍ່ແກ້ວ
ເວລາອອກຂ່າວ: 2024-07-09 15:33:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1065 | ຄວາມນິຍົມ:
ໃນວັນທີ 5 ກໍລະກົດ 2024, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂະບວນການແຂ່ງຂັນກິລາ ແລະ ພົບປະແລກປ່ຽນ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ສາຂາແຂວງບໍ່ແກ້ວ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີ ທ່ານ ຫົງຄຳ ເພັດດາວົງ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ສາຂາແຂວງບໍ່ແກ້ວ ມີ ຫົວໜ້າຫ້ອງ ,ບັນດາພະແນກການ, ຊາວໜຸ່ມ - ສະຫະພັນແມ່ຍິງ ທັງສອງອົງການເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການພົບປະແລກປ່ຽນບົດຮຽນ ລະຫວ່າງ 2 ອົງການ ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ( 20 ກໍລະກົດ 1955 – 20 ກໍລະກົດ 2024) ທີ່ຈະມາເຖິງນີ້ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ, ມີຄວາມໝາຍຄວາມສຳຄັນ ທັງເປັນການຜູກແໜ້ນຄວາມສາມັກຄີຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫ່ວາງ ກອງບັນຊາການທະຫານແຂວງບໍ່ແກ້ວ ກັບ ທະນາຄານການຄ້າຕ່າງປະເທດລາວສາຂາແຂວງບໍ່ແກ້ວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນການແຂ່ງຂັນກິລາຄັ້ງນີ້ແມ່ນປະເພດກິລາເຕະບານຊາຍ-ຍິງ ມີທີມເຂົ້າຮ່ວມທັງໝົດ 4 ທີມ. ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ຄື: ຊະນະເລີດ ທະນາຄານການຄ້າຕ່າງປະເທດລາວ ເອົາຊະນະ ກອງບັນຊາການທະຫານແຂວງບໍ່ແກ້ວ ດ້ວຍຄະແນນ 5-4 ປະຕູ, ບານເຕະຍິງແມ່ນ ກອງບັນຊາການທະຫານແຂວງບໍແກ້ວ ເອົາຊະນະ ດ້ວຍຄະແນນ 2-1 ປະຕູ.
ໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ