ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ໂຮງຮຽນການທະຫານທ້ອງຖິ່ນແຂວງວຽງຈັນ ປິດຊຸດຮຽນກໍ່ສ້າງນາຍສິບ ຊຸດທີIX
ເວລາອອກຂ່າວ: 2024-06-19 14:47:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1227 | ຄວາມນິຍົມ:



ໃນວັນທີ18 ມິຖຸນາ 2024 ນີ້, ໂຮງຮຽນທະຫານທ້ອງຖິ່ນແຂວງວຽງຈັນ ໄດ້ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີIX ລະບົບ 01 ປີ ປະຈໍາສົກປີ 2023-2024 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກໂຮງຮຽນ, ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ຕະຫຼອດຮອດນັກຮຽນນາຍສິບເຂົ້າຮ່ວມ. ສະຫາຍ ພັນໂທ ຊາລໍ່ ຈົ່ງເຕັງເຈຍຊ່າ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນແຂວງວຽງຈັນ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງອົບຮົມ-ຫັດແອບໃນໄລຍະ 01ປີ ຜ່ານມາ, ສາມາດຕີລາຄາຄວາມຮູ້, ຄວາມສາມາດການຮຽນ-ການສອນຂອງຄູ-ອາຈານກໍຄືນັກຮຽນ, ທີ່ໄດ້ທຸ່ມເທເຫື່ອແຮງຈິດໃຈໃສ່ໃນບັ້ນເຝິກອົບຮົມຄັ້ງນີ້ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ, ຊຸດອົບຮົມຄັ້ງນີ້ ມີນັກຮຽນທັງໝົດ 156 ສະຫາຍ, ມາຈາກກຳລັງຫຼວງ 18 ສະຫາຍ, ຫຼັກສູດການຮຽນ-ການສອນແມ່ນໄດ້ປະຕິບັດຕາມກົມໃຫຍ່ເສນາທິການກອງທັບວາງອອກຢ່າງເຂັ້ມງວດ, ຜ່ານການອົບຮົມຕົວຈິງສາມາດຕີລາຄາຜົນໄດ້ຮັບຄື: ວິຊາການເມືອງຂັ້ນເກັ່ງ 31 ສະຫາຍ ເທົ່າກັບ 19,87 %, ຂັ້ນກາງ 125 ສະຫາຍ ເທົ່າກັບ 80,12 %, ວິຊາລະບຽບກິລາ ຂັ້ນເກັ່ງ 24 ສະຫາຍ ເທົ່າກັບ 15,38%, ກາງ 97 ສະຫາຍ ເທົ່າກັບ 67,17%, ຄາດໝາຍ 35 ສະຫາຍ ເທົ່າກັບ 22,43 ສະຫາຍ, ວິຊາສິນລະປະຍຸດຂັ້ນເກັ່ງ 11 ສະຫາຍ ເທົ່າກັບ 7,5%, ຂັ້ນກາງ 145 ສະຫາຍ ເທົ່າກັບ 92,94 %, ວິຊາຍຸດທະວິທີ ຂັ້ນເກັ່ງ 20 ສະຫາຍ ເທົ່າກັບ 12,82 %, ຂັ້ນກາງ 127 ສະຫາຍ ເທົ່າກັບ 81,41% , ຄາດໝາຍ 09 ສະຫາຍ, ສະເລຍຄະແນນທັງໝົດບັ້ນອົບຮົມ-ຫັດແອບເທົາກັບ 80,41 %, ທັງນີ້ກໍ່ເພື່ອຍົກສູງຄວາມຮູ້ ຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີໃຫ້ພະນັກງານ-ນັກຮົບໃຫ້ນັບມື້ສູງຂຶ້ນ ເພື່ອກຽມເຮັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ. ໃນໂອກາດດັ່ງກ່າວ, ຍັງໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງວຽງຈັນ ວ່າດ້ວຍການຍ້ອງຍໍຕໍ່ຄູ-ອາຈານແລະນັກຮຽນຜູ້ມີຜົນງານຮຽນດີ-ຮຽນເກັ່ງ, ຈາກນັ້ນ, ໄດ້ປະກາດເລື່ອນຊັ້ນສິບໂທ ຂຶ້ນສິບເອກ 48 ສະຫາຍ, ເລື່ອນຊັ້ນຕີຂຶ້ນສິບເອກ 59 ສະຫາຍ ແລະ ມອບໃບປະກາດສະນິຍະບັດໃຫ້ນັກຮຽນຈໍານວນ156 ສະຫາຍ ຢ່າງສົມກຽດ. ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານແລະນັກຮຽນທີ່ໄດ້ພ້ອມກັນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ໄດ້ພ້ອມກັນປະຕິບັດຕາມແຜນການຮຽນ-ການສອນໄດ້ປະສົບຜົນສຳເລັດເປັນຢ່າງດີແລະຮຽກຮ້ອງໃຫ້ນັກຮຽນຈົ່ງນຳເອົາຄວາມຮູ້ທີ່ຄູ-ອາຈານໄດ້ສິດສອນໃຫ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ແລະ ເຮັດສຳເລັດໜ້າທີ່ຕາມການໄດ້ຮັບມອບໝາຍ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ