
ກົມໃຫຍ່ການເມືອງກອງທັບ ປະກາດການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າກົມ
ເວລາອອກຂ່າວ: 2024-06-19 14:09:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1344 | ຄວາມນິຍົມ:
ວັນທີ19 ມິຖຸນາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງຫົວໜ້າແລະຮອງຫົວໜ້າກົມ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຜູ້ຕາງໜ້າກົມ, ກອງ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຮອງຫົວໜ້າກົມ, ຮອງປະທານສານທະຫານຂັ້ນສູງ ແລະ ປະທານສານທະຫານພາກກາງ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີII ໝວດທີ4 ມາດຕາ26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ; ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາແລະພັດທະນາປະເທດຊາດ; ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ: ສະຫາຍ ພັນເອກ ຈັນທາ ບຸນນະວົງ ເປັນຫົວໜ້າກົມຈັດຕັ້ງພັກ, ສະຫາຍ ພັນໂທ ກູມົວ ຈົ່ງຕົວ ເປັນຮອງຫົວໜ້າກົມນະໂຍບາຍ, ສະຫາຍ ພັນໂທ ວຽງເງິນ ແກ້ວວົງໃສ ເປັນຮອງປະທານສານທະຫານຂັ້ນສູງ ແລະ ສະຫາຍ ພັນໂທ ຄໍາພວງ ສຸລິວົງ ເປັນປະທານສານທະຫານພາກກາງ.
ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ຊອກຮູ້ຮໍ່າຮຽນໃນດ້ານຕ່າງໆ ເພື່ອພັດທະນາຕົນເອງ ແລະ ກົມກອງ ພ້ອມກັນນັ້ນ, ຕ້ອງເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນ ແລະ ພາຍນອກ ໃຫ້ເປັນປຶກແຜ່ນ, ປັບປຸງແບບແຜນວິທີນໍາພາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງຕາມໜ້າທີ່ການເມືອງຂອງກົມກອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ອານຸສອນ ສິມວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ