ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ໜ່ວຍພັກກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ສະຫຼຸບຕີລາຄາຄຸນນະພາບການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024
ເວລາອອກຂ່າວ: 2024-06-19 14:07:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1028 | ຄວາມນິຍົມ:



ໃນວັນທີ17 ມິຖຸນາ 2024 ຜ່ານມານີ້, ໜ່ວຍພັກກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຕີລາຄາຄຸນນະພາບການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ທັງເປັນຫົວໜ້າຄະນະກວດກາ ຊຸກຍູ້ຂະບວນ ການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ສີສຸກ ພົມມະຈັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກວດກາ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ສີສຸກ ພົມມະຈັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບສັງລວມແລະຕີລາຄາຄືນການນໍາພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນສົກປີຜ່ານມາຄະນະໜ່ວຍພັກກໍ່ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ມະຕິ ກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີI ຂອງຄະນະພັກອົງການ ກົມໃຫຍ່ເຕັກນິກກອງທັບ ກໍຄືແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກ ຕິດພັນກັບການເຮັດວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວຄິດແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກແລະ ນັກຮົບໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກໃນຄັ້ງນີ້ຈາກຄະນະກວດກາທີ່ກ່ຽວຂ້ອງເຫັນວ່າ: ຄະນະໜ່ວຍພັກແລະສະມາຊິພັກແຕ່ລະ ສະຫາຍ ໄດ້ຮັບການຕີລາຄາ ຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດຈຳນວນ 20 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກພັກກາງຈຳນວນ 0 ສະຫາຍ, ສະມາຊິກພັກອ່ອນ ຈຳນວນ 0 ສະຫາຍ, ສະມາຊິກພັກເສຍທາດ ຈຳນວນ 0 ສະຫາຍ, ສະມາຊິກພັກບໍ່ໄດ້ແບ່ງປະເພດຈຳນວນ 2 ສະຫາຍ, ສໍາລັບໜ່ວຍພັກບັນລຸໄດ້ ຄະແນນ 9,20% ຂຶ້ນໄປ ແລະ ໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນອີກໜຶ່ງສະໄໝ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ໜ່ວຍພັກຍາດມາໄດ້ໃນຄັ້ງນີ້ ແລະ ຮຽກຮ້ອງໃຫ້ຄະນະໜ່ວຍຈົ່ງສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິ, ມີແບບແຜນວິທີເຮັດວຽກທີ່ຮັດກຸມມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະເເຈ້ງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນີນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ