ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ໜ່ວຍພັກບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນສະຫຼຸບກວດກາຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາສົກປີ 2023-2024
ເວລາອອກຂ່າວ: 2024-06-19 14:03:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1182 | ຄວາມນິຍົມ:



ໃນວັນທີ19 ມິຖຸນາ 2024 ນີ້, ໜ່ວຍພັກ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ສະຫຼຸບກວດກາຕີລາຄາການຄັດເລືອກຈັດແບ່ງປະເພດຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2023-2024 ແລະ ທິດທາງແຜນການ ປະຈໍາສົກປີ 2024-2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປະລິນຍາເອກ ຈັນສະໜອນ ມະຫາວົງ ກໍາມະການຄະນະພັກອົງການກົມໃຫຍ່ ຫົວໜ້າການທະຫານວິທະຍາຄານການແພດກອງທັບ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງກົມໃຫຍ່ພະລາທິການກອງທັບ, ມີຄະນະກວດກາ, ຄະນະພັກ-ຄະນະອໍານວຍການ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ. ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ເລຂາໜ່ວຍພັກ ຫົວໜ້າອໍານວຍການບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ໄດ້ຜ່ານບົດສະຫຼຸບການນໍາພາຂະບວນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2023-2024 ແລະ ທິດທາງແຜນການ ປະຈໍາສົກປີ 2024-2025, ຕີລາການກໍ່ສ້າງພັກຕາມ 5 ຫຼັການ 3 ທິດນໍາຂອງພັກ ວາງອອກ, ໂດຍສຸມໃສ່ປັບປຸງ ແລະ ກໍ່ສ້າງພັກທັງ 4 ດ້ານ, ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງຂອງກົມກອງ, ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ແມ່ນໜ່ວຍພັກໜຶ່ງຢູ່ພາຍໃຕ້ການຊີ້ນຳ-ນໍາພາໂດຍກົງຮອບດ້ານຈາກຄະນະພັກອົງການກົມໃຫຍ່ພະລາທິການກອງທັບ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກໍ່ຄືກະຊວງປ້ອງກັນປະເທດ, ໃນການຈັດຊື້-ຈັດຫາເພື່ອຕອບສະໜອງນໍ້າມັນເຊື້ອໄຟທຸກຊະນິດໃຫ້ກອງທັບ ແລະ ຮັບໃຊ້ສັງຄົມ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ ດ້ວຍຮູບການຄົ້ນຄ້ວາ, ເຊື່ອມຊຶມ, ມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຄັ້ງທີVI ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ກໍ່ຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຮັດໃຫ້ຖັນແຖວສະມາຊິກພັກມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ປະຈຸບັນພາຍໃນໜ່ວຍພັກ ມີຈໍານວນສະມາຊິກພັກທັງໝົດ 26 ສະຫາຍ, ຍິງ 2 ສະຫາຍ ແລະ ແບ່ງອອກເປັນ 5 ຈຸພັກ, ຜ່ານການຈັດຕັ້ງກອງປະຊຸມສໍາຫຼວດກວດກາຕໍ່ບັ້ນດໍາເນີນຊີວິດການເມືອງ ເຫັນວ່າ, ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍ ແມ່ນໄດ້ເອົາໃຈໃສ່ຂຽນບົດສໍາຫຼວດຂອງຕົນເອງ ເພື່ອອ່ານຜ່ານໃນໝູ່ຄະນະໜ່ວຍພັກຕົນ, ໂດຍສະເພາະຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂຕົນເອງໃນຕໍ່ໜ້າຂອງສະມາຊິກພັກ, ພ້ອມທັງຮັບເອົາການຕໍານິຕິຊົມ, ກໍ່ສ້າງຊ່ວຍ ເຫຼືອ ເຊີ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ສະຫຼຸບຜົນໄດ້ຮັບຕີລາຄາຕາມ 5 ເນື້ອໃນ ສາມາດຄັດເລືອກໄດ້ສະມາຊິກພັກແຂງ 26 ສະຫາຍ, ເຊິ່ງຄະແນນລວມສະເລ່ຍຂອງສະມາຊິກແຕ່ລະສະຫາຍແມ່ນໄດ້ 9 ຂື້ນໄປ, ໜ່ວຍພັກບັນລຸໄດ້ຄະແນນສະເລ່ຍລວມ 9,8%, ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄົ້ວາຮັບຮອງ ແລະ ຢັ້ງຢືນເອົາໜ່ວຍພັກບໍລິສັດລັດວິສາຫະກິດນໍ້າໃຟເຊື້ອໄຟວຽງຈັນ, ເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຈໍາສົກປີ 2023-2024 ເປັນສະໄໝທີ 2 ຕິດຕໍ່ກັນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປະລິນຍາເອກ ຈັນສະ ໜອນ ມະຫາວົງ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນຕໍ່ກັບດ້ານຂົງເຂດວຽກງານຮັບປະກັນນໍ້າເຊື້ອໄຟຂອງກອງທັບ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານ, ສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງນໍາແນວຄິດເປັນກົກ, ມີຄວາມສາມັກຄີພາຍໃນພັກ, ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນພາຍໃນພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ສ້າງກົມກອງໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການກໍ່ສ້າງນັກຮົບ-ກົມກອງວັດທະນະທໍາໃຫ້ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ ແລະ ພ້ອມກັນສືບຕໍ່ເຮັດວຽກງານວິຊາສະເພາະຕອບສະໜອງນໍ້າມັນເຊື້ອໄຟທຸກຊະນິດໃຫ້ກອງທັບ, ມີທັງປະລິມານ,ຄຸນນະພາບທີ່ດີຕາມແຜນການທີ່ຂັ້ນເທິງອະນຸມັດ ແລະ ຕາມແຜນການອັນຮີບດ່ວນ, ກໍ່ຄືວຽກງານບັງເອີນຂອງຂັ້ນເທິງ ແລະ ໄປຄຽງຄູ່ກັບການຈັດຕັ້ງຄຸ້ມຄອງ, ປົກປັກຮັກສາ, ວັດຖຸ, ພາຫະນະເຕັກນິກຕ່າງໆຢ່າງເຂັ້ມງວດ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ