ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ວປກ ປະດັບຊັ້ນໃຫ້ນັກສາສຶກພາສາຕ່າງປະເທດທີ່ຈົບສົກຮຽນ 2023-2024
ເວລາອອກຂ່າວ: 2024-06-19 14:01:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1035 | ຄວາມນິຍົມ:



ໃນວັນທີ17 ມິຖຸນາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປະດັບຊັ້ນໃຫ້ນັກສຶກສາພາສາຕ່າງປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮສ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ຫົວໜ້າກົມການເມືອງ ວປກ, ມີຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາພາສາຕ່າງປະເທດ ທີ່ຈົບສົກຮຽນ 2023-2024 ເຂົ້າຮ່ວມ. ສະຫາຍ ພັນຕີ ສົມຫວັງ ຈັນທະວົງ ຮອງຫົວໜ້າພະແນກພະນັກງານ ກົມການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ປະດັບຊັ້ນໃຫ້ນັກສຶກສາພາສາຕ່າງປະເທດ ທີ່ຈົບສົກຮຽນ 2023-2024 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີII ໝວດທີ3 ມາດຕາ 22 ແລະ ມາດຕາ23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຕົກລົງເລື່ອນຊັ້ນ ຮ້ອຍໂທ ໃຫ້ນັກສຶກສາພາສາຕ່າງປະເທດ ຈຳນວນ: 74 ສະຫາຍ, ຍິງ: 06 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຮສ ປອ ສົມພອນ ສີສຸວັນນະ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການປະດັບຊັ້ນໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍກຳແໜ້ນພາລະບົດບາດໜ້າທີ່ຂອງຕົນເອງ, ມີແບບແຜນວິທີເຮັດວຽກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດມະຕິຄໍາສັ່ງແລະລະບຽບວິໄນຢ່າງເຂັ້ມງວດ, ເປັນແບບຢ່າງນໍາໜ້າທຸກວຽກງານ, ທຸກຂະບວນການ, ມີຄວາມສາມັກຄີຕໍ່ໝູ່ເພື່ອນໃຫ້ແໜ້ນແຟ້ນ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໜັກແໜ້ນ, ຮັກສາໄດ້ລະບຽບວິໄນທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ເປັນພະນັກງານ-ນັກຮົບຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບສູງ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້. ພາບ-ຂ່າວ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ