
ກອງປະຊຸມເຜີຍແຜ່ຂໍ້ຕົກລົງແຕ່ງຕັ້ງອະນຸກຳມະການຄົ້ນຄວ້າ-ຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຂອງ ສປປ ລາວ ຄັ້ງທີVI
ເວລາອອກຂ່າວ: 2024-06-19 13:59:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1125 | ຄວາມນິຍົມ:
ວັນທີ18 ມິຖຸນາ 2024 ນີ້, ຢູ່ຫ້ອງປະຊຸມກົມໃຫຍ່ການເມືອງກອງທັບໄດ້ເປີດກອງປະຊຸມອະນຸກຳມະການຄົ້ນຄວ້າ-ຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຂອງ ສ ປ ປ ລາວ ຄັ້ງທີVI ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກກະຊວງຕາງໜ້າໃຫ້ 4 ກົມໃຫຍ່ ຫ້ອງວ່າການກະຊວງ, ຄະນະກົມວິທະຍາສາດ-ປະຫວັດສາດການທະຫານ, ກົມພົວພັນຕ່າງປະເທດ,ກົມ213, ກົມທະຫານຊາຍແດນ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ວິທະຍາຄານປ້ອງກັນຊາດໄກສອນພົມວິຫານແລະນັກວິຊາການຈາກຫ້ອງຍຸດທະສາດ ກົມວສ-ປສການທະຫານເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສັນຕິ ດວງພົມມີ ຮອງຫົວໜ້າຫ້ອງຍຸດທະສາດການທະຫານໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 4568/ກປທ,ລົງວັນທີ 04/09/2023 ວ່າດ້ວຍການອະນຸມັດຄົ້ນຄວ້າ-ຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຂອງ ສ ປ ປ ລາວ ຄັ້ງທີVI, ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບ ເລກທີ4569/ກປທ, ລົງວັນທີ04/09/2023 ວ່າດ້ວຍແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະອະນຸກຳມະການເນື້ອໃນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຂອງ ສ ປ ປ ລາວ ຄັ້ງທີVI, ເຊິ່ງພາຍຫຼັງໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດແລ້ວທີ່ປະຊຸມຍັງໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືຖອດຖອນບົດຮຽນຮ່ວມກັນໃນຄະນະຮັບຜິດຊອບຂຽນປື້ມນະໂຍບາຍປ້ອງກັນຊາດຂອງ ສ ປ ປ ລາວ ໃຫ້ຖືກຕ້ອງຕາມຍຸດທະສາດຂອງຊາດຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີXI ໂດຍຖືເອົາບົດຮຽນຂອງການຂຽນປື້ມນະໂຍບາຍປ້ອງກັນຊາດຄັ້ງທີV ຜ່ານມາ ໃນນັ້ນໄດ້ຖອດຖອນບົດຮຽນນຳບັນດາປະເທດເພື່ອນມິດຍຸດທະສາດໃນການຂຽນ ເພື່ອໃຫ້ການຂຽນມີຄວາມຄົບຖ້ວນແລະອຸດົມສົມບູນ .ເນື້ອໃນທີ່ເປັນປັດໃຈສຳຄັນພື້ນຖານນະໂຍບາຍປ້ອງກັນຊາດລາວ ໃນນັ້ນມີວຽກງານການເມືອງແນວຄິດ, ແນວທາງວຽກງານເສດຖະກິດ, ວຽກງານແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນອກນັ້ນຍັງມີວຽກງານເສນາທິການມີຫຼາຍວຽກງານກ່ຽວຂ້ອງໂດຍສະເພາະວຽກງານຊາຍແດນ, ວຽກງານປັບປຸງ ແລະ ວຽກງານກໍ່ສ້າງກຳລັງປ້ອງກັນຊາດກອງທັບປະຊາຊົນລາວ, ວຽກງານຮັບປະກັນພະລາທິການແຜນງົບປະມານການປະກອບກອງທັບ, ວຽກງານເຕັກນິກເຕັກໂນໂລຊີດ້ານການທະຫານແລະວຽກງານພົວພັນຕ່າງປະເທດຂອງກອງທັບໃນແຕ່ລະໄລຍະ.
ໂອກາດນີ້, ສະຫາຍປະທານຍັງໄດ້ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຈົ່ງກຳແໜ້ນໄດ້ເຖິງພາລະບົດບາດຂອງຕົນ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍລາຍງານຄະນະພັກ-ຄະນະບັນຊາຂອງກົມກອງຂອງຕົນເພື່ອເກັບກຳຂໍ້ມູນວຽກງານຂອງຕົນໃຫ້ລະອຽດແລ້ວສົ່ງມາຍັງຄະນະຮັບຜິດຊອບເພື່ອສັງລວມເຂົ້າເປັນເນື້ອໃນອັນດຽວກັນແລ້ວກະກຽມຜ່ານຄະນະຮັບຜິດຊອບຂັ້ນກະຊວງປ້ອງກັນປະເທດຫຼັງຈາກເປັນເອກະພາບກັນແລ້ວ ຕໍ່ໄປກໍເຂົ້າຜ່ານກອງປະຊຸມຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ເພື່ອເປັນເອກະພາບໃນການປັບປຸງເນື້ອໃນໃຫ້ລະອຽດ ແລະ ຈັດພິມໃຫ້ທັນກຳນົດເວລາ ຄາດວ່າທ້າຍປີ 2025 ໃຫ້ໄດ້ສຳເລັດແຈກຢາຍຢ່າງທົ່ວເຖິງກັນທັງພາຍໃນ ແລະ ສາກົນໄດ້ຮັບຮູ້.
ຂ່າວແລະພາບ:ຈັນທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ