ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງ​ສາລາ​ປາ​ນ້ຳ​ຫຸມ ສະຫຼຸບ​ການ​ກໍ່ສ້າງ​ໜ່ວຍ​ພັກປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ສົກ​ປີ 2023-2024
ເວລາອອກຂ່າວ: 2024-06-19 09:17:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 428 | ຄວາມນິຍົມ:



ວັນ​ທີ 11 ມິຖຸນາ 2024 ນີ້, ໜ່ວຍ​ພັກ ກອງ​ສາລາ​ປາ​ນໍ້າຫຸມ ກົມ​ເສນາ​ພະ​ລາ ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ສະ ຫຼຸບ ກວດກາ, ຕີ​ລາຄາການ​ຄັດ​ເລືອກ​ຈັດ​ແບ່ງ​ປະເພດ​ຄຸນ​ນະ​ພາບ ຂອງ​ສະມາຊິກ​ພັກ ແລະ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງໜັກ​ແໜ້ນ ປະຈຳ​ສົກ​ປີ 2023-2024 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ສົກ​ປີ 2024-2025, ໂດຍ​ການ​ເປັນ​ປະທານຂອງ​ ສະຫາຍ ​ພົົນ​ຈັດຕະວາ ​ຮຈ ​ປອ ຈັນ​ສະໝອນ ມະຫາວົງ ກຳມະການ​ຄະນະ​ພັກ ອົງການ​ກົມ​ໃຫຍ່, ຫົວໜ້າ​ການ​ທະຫານ ວິທະຍາຄານ​ການ​ແພດ​ກອງທັບ, ຫົວໜ້າ​ຄະນະ​ກວດກາ ແລະ ຊຸກຍູ້​ຂະ​ບວນ​ການ​ກໍ່ສ້າງ​ໜ່ວຍ​ພັກປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີຄະນະ​ກວດກາ, ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສອນ​ເພັດ ແພງ​ບຸນ​ມີ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ກອງ​ສາ​ປາ​ນໍ້າຫຸມໄດ້​ສະຫຼຸບ​ການ​ນຳພາ​ກໍ່ສ້າງ​ໜ່ວຍ​ພັກປອດ​ໃສ ເຂັ້ມແຂງ, ໜັກ​ແໜ້ນ ປະຈຳ​ສົກ​ປີ 2023-2024 ແລະ ທິດ​ທາງ​ແຜນການ ປະຈຳ​ສົກ​ປີ 2024-2025 ເຊິ່ງ​ໄດ້​ເອົາໃຈ​ໃສ​ກໍ່ສ້າງ​ພັກ​ຕາມ 5 ເນື້ອ​ໃນ (ດ້ານ​ການເມືອງ, ດ້ານ​ແນວ​ຄິດ, ດ້ານ​ການຈັດຕັ້ງ, ດ້ານ​ແບບແຜນ​ວິທີ​ນຳພາ ແລະ ການ​ນຳພາ​ປະຕິບັດ​ໜ້າທີ່​ການເມືອງ) ດ້ວຍ​ຮູບ​ການ​ຄົ້ນ​ຄວ້​າ, ເຊື່ອມ​ຊຶມມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ຄະນະ​ພັກ​ອົງການ​ກົມ​ໃຫຍ່​ພະ ລາທິການ, ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງທັບ ເຮັດ​ໃຫ້​ຖັນ​ແຖວ​ສະມາຊິກ​ພັກ ມີ​ຄວາມ​ເຂົ້າໃຈ​ຕໍ່​ອຸດົມ​ການ ຂອງ​ພັກ, ພາຍ​ໃນ​ພັກ ມີ​ຄວາມ​ສະຫງົບ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ຮັກສາ​ໄດ້​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ຕໍ່​ປະຊາຊົນ​ບັນດາເຜົ່າ, ມີ​ສະຕິ​ໃນ​ການ​ນຳ​ໃຊ້​ງົບປະມານ​ຢ່າງ​ມີ​ການ​ປະຢັດ, ສັດຊື່, ຄວາມ​ກະຕື​ລື​ລົ້ນ ຕໍ່​ການ​ປະຕິບັດ​ໜ້າທີ່​ການເມືອງ ຂອງ​ກົມ​ກອງ​ໄດ້​ເປັນ​ຢ່າງ​ດີ. ຜ່ານ​ການຈັດຕັ້ງ​ປະຕິບັດ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ ຂອງ​ສະມາຊິກ​ພັກ ແຂງ​ໄດ້ 23 ສະຫາຍ, ໜ່ວຍ​ພັກ​ໄດ້​ຄະແນນ 9,5%, ນຳ​ສະເໜີ​ຄະນະ​ພັກ​ຂັ້ນ​ເທິງ​ເພື່ອ​ຄົ້ນຄວ້າ ແລະ ຢັ້ງຢືນ​ຮັບຮອງ​ເອົາ​ໜ່ວຍ​ພັກ ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ສົກ​ປີ 2023-2024 ສະໄໝ​ທີ 5 ຕິດຕໍ່​ກັນ. ໂອກາດ​ນີ້, ສະຫາຍ ປະທານ ໄດ້​ຮຽກຮ້ອງ ໃຫ້​ຄະນະ​ໜ່ວຍ​ພັກພ້ອມ​ດ້ວຍ​ສະມາຊິກ​ພັກ​ທຸກ​ສະຫາຍ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່ ຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ມີ​ຄວາມ​ເປັນ​ເອກະ​ພາບຕໍ່​ແນວທາງ​ນະໂຍບາຍ​ປ່ຽນແປງ​ໃໝ່​ຂອງ​ພັກ, ມີ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ, ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ຂອງ​ພັກ ຢ່າງ​ເຂັ້ມ​ງວດ, ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປ້ອງ​ແນວທາງ, ອຸດົມ​ການ​ຂອງ​ພັກ, ຕ້ານ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ພັກ, ຮັກສາ ແລະ ເສີມ​ຂະຫຍາຍ​ນ້ຳໃຈ​ເປັນ​ເຈົ້າ​ຕົນ​ເອງ, ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ປັບປຸງ​ແບບແຜນ​ການ​ນຳພາ​ຂອງ​ໜ່ວຍ​ພັກ, ສະມາຊິກ​ພັກ, ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ​ຢ່າງ​ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ