ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງພັນ​ໃຫຍ່ 611 ສະຫຼຸບ​ສ່ອງ​ແສງ​ວຽກ​ງານ​ກວດກາ
ເວລາອອກຂ່າວ: 2024-06-19 08:45:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 345 | ຄວາມນິຍົມ:



ໃນ​ວັນ​ທີ 13 ມິຖຸນາ 2024, ກອງພັນ​ໃຫຍ່ 611 ໄດ້​ສະຫຼຸບ​ສ່ອງ​ແສງ​ວຽກ​ງານ​ກວດກາ ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ ​ປະຈຳ 6 ເດືອນ​ທ້າຍ​ ປີ 2024, ໂດຍ​ການ​ເປັນ​ປະທານ ​ຂອງສະຫາຍ ພັນ​ໂທ ສາຍສະໝອນ ສາລີ​ຄຳ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 611, ມີ​ຄະນະ​ພັກ-ຄະນະ​ບັນຊາ ຂະແໜງການ​ກວດກາ ແລະ ໜ່ວຍ​ງານ​ກວດກາ ເຂົ້າ​ຮ່ວມ. ກອງ​ປະຊຸມ​ຜູ້​ເຂົ້າ​ຮ່ວມ ໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ສະພາບ​ການ​ຂົງເຂດ​ວຽກ​ງານ​ການເຄື່ອນໄຫວ​ຂອງ​ບັນດາ​ອົງການ​ກົມ​ກອງ​ໄລຍະ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ ​ປະຈຳ 6 ເດືອນ​ທ້າຍ​ປີ 2024. ໄລຍະ 6 ເດືອນ​ຜ່ານ​ມາ, ໄດ້​ຖື​ເອົາວຽກ​ງານ​ກວດກາ​ເປັນ​ບັນຫາ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ຊອກ​ໄດ້​ຂໍ້​ຂາດ​ຕົກ​ບົກ​ພ່ອງ ​ຜ່ານ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ວຽກ​ງານ​ພັກ​ແຕ່​ລະ​ກົມ​ກອງ​​ໄດ້​ເອົາໃຈໃສ່ສຶກ​ສາ​ອົບຮົມ​ຕາມ 3 ທິດ​ນຳ 5 ຫຼັກການ​ໃນ​ການ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ເປັນ​ແກ່ນ​ນຳ​ໃນ​ທຸກ​ຂົງເຂດ​ວຽກ​ງານ​ປະຕິບັດ​ລະບອບ​ສ່ອງ​ແສງ​ລາຍ​ງານ​ປະຈຳ​ໄຕ​ມາດ, ລວມ​ຈຸ, ລວມ​ໜ່ວຍ​ຢ່າງ​ເປັນ​ປົກກະຕິ ຕິດ​ພັນ​ກັບ ວຽກ​ງານ​ດັ່ງກ່າວ ກົມ​ກອງຍັງ​ໄດ້​ຕັ້ງໜ້າປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໄປ​ພ້ອມໆ ​ກັບການ​ກວດກາ​ຊອກ​ຫາ​ຂໍ້​ຂາດ​ຕົກ​ບົກ​ພ່ອງ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ເພື່ອ​ພ້ອມ​ກັນ​ຊອກ​ຫາ​ວິທີ​ແກ້​ໄຂ​ໃຫ້​ທັນ​ເວລາ. ໂດຍ: ພູ​ວາ ເພຍ​ຄຳ​ໂງ່ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ