ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ໜ່ວຍ​ຊາວ​ໜຸ່ມ ​ສາງ​ນໍ້າມັນ​ເຊື້ອ​ໄຟ​ ເລກ 5 ດຳເນີນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ lll
ເວລາອອກຂ່າວ: 2024-06-19 08:43:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ:



ວັນ​ທີ 14 ມິຖຸນາ 2024, ໜ່ວຍ​ຊາວ​ໜຸ່ມ ​ສາງ​ນໍ້າມັນ​ເຊື້ອ​ ໄຟ ​ເລກ 5 ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ lll, ໂດຍ​ການ​ເປັນ ປະທານ ​ຂອງສະຫາຍ ພັນ​ໂທ ​ປອ ພົງ​ສະໄໝ ຫຸນ​ນະ​ຈຳປາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ສະຫາຍ ພັນ​ໂທ ສີ​ອຳພອນແກ້ວ​ຫຼວງ​ເດດ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ​ຫ້ອງ​ການເມືອງ ​ກົມ​ໃຫຍ່​ພະລາທິການ​ກອງທັບ, ຄະ ນະ​ພັກ-ຄະນະ​ບັນຊາ, ຄະນະ​ໜ່ວຍ​ຊາວ​ໜຸ່ມ ແລະ ສະມາຊິກ​ຊາວ​ໜຸ່ມ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ທະວີ​ໄຊ ສອນ​ພັນ ເລຂາ​ໜ່ວຍ​ຊາວ​ໜຸ່ມ​ສາງ​ນ້ຳມັນ​ເຊື້ອ​ໄຟ ​ເລກ 5 ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ໄລຍະ​ຊຸມ​ປີຜ່ານມາ, ຄະນະ​ຊາວ​ໜຸ່ມ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ແຜນການ​ພັດທະນາ​ເສດຖະກິດ 5 ປີ​ແຫ່ງ​ລັດ​ ຄັ້ງ​ທີ IX ເວົ້າ​ລວມ, ເວົ້າ​ສະ ເພາະ​ແມ່ນ​ມະຕິ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ​ປະເທດ ​ຄັ້ງ​ທີ VIII ແລະ ມະຕິ​ກອງ​ປະຊຸມ​ຂອງ​ຫ້ອງການ​ຊາວ​ໜຸ່ມ​ ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ຮັບປະກັນ​ດ້ານ​ວຽກ​ງານ​ວິຊາ​ສະເພາະ​ໃນ​ການ​ຄຸ້ມ​ຄອງ, ການ​ຮັບ ແລະ ເບີກ​ຈ່າຍ​ວັດຖຸ​ນໍ້າມັນ​ເຊື້ອ​ໄຟ​ໃຫ້​ ກອງທັບ, ເອົາໃຈໃສ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ ​ດ້ວຍ​ຫຼາຍ​ຮູບ​ການ ໂດຍ​ສອດຄ່ອງ​ກັບສະ ພາບ​ການ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ, ຖື​ເອົາ​ການ​ດຳເນີນ​ຊີວິດ​ການເມືອງ​ຂັ້ນ​ຈຸ-ໜ່ວຍ​ເປັນ​ປົກ​ກະຕິ, ປັບປຸງ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ ຂອງ​ສະມາຊິກ​ຊາວ​ໜຸ່ມ, ກ້າ​ເວົ້າ, ກ້າ​ຕຳ​ນິ​ສົ່ງ​ຂ່າວ, ກໍ່ສ້າງ​ຊ່ວຍເຫຼືອ ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້​ພະນັກງານ ສະມາຊິກ​ຊາວ​ໜຸ່ມ​ ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແບບແຜນ​ການ​ດຳລົງ​ຊີວິດ​ທີ່​ດີ, ຕ້ານ​ໄດ້​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ກອງທັບ ກໍ​ຄືກົມ​ກອງ​ຕົນ​ຕັ້ງ​ທັບ​ ຢູ່ ແລະ ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ທຸກ​ຂະ​ບວນ​ການ​ວຽກ​ງານ​ຕ່າງໆ ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ກອງ​ປະຊຸມ ຍັງ​ໄດ້​ປ່ອນ​ບັດ​​ເລືອກ​ເອົາ​ຄະນະ​ໜ່ວຍ​ຊາວ​ໜຸ່ມ​ສາງ​ນໍ້າມັນ​ເຊື້ອ​ໄຟ ​ເລກ 5 ຊຸດ​ໃໝ່ ​ເລືອກ​ເອົາ​ ສະຫາຍ ຮ້ອຍ​ເອກ ບົວ​ລີ ວົງ​ວິຈິດ ເປັນ​ເລ​ຂາ, ສະຫາຍ ຮ້ອຍ​ເອກ ສີ​ຫາ​ລາດ ແກ້ວ​ສິດທິ​ວົງ ເປັນ​ຮອງ​ເລຂາ ແລະ ສະຫາຍ ຮ້ອຍ​ໂທ ນາງ ຕັກ​ສຸດາ ໄຊ​ຍະ​ວົງສາ ເປັນ​ກຳ ມະການ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ