
ມອບ-ຮັບໜ້າທີ່ຫົວໜ້າກົມນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ຜູ້ເກົ່າ ກັບ ຜູ້ໃໝ່
ເວລາອອກຂ່າວ: 2024-06-18 15:05:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1413 | ຄວາມນິຍົມ:
ວັນທີ18 ມິຖຸນາ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ມອບ-ຮັບໜ້າທີ່ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ລະຫວ່າງ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ຜູ້ເກົ່າ ເຊິ່ງໄດ້ຖືກໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກັບ ສະຫາຍ ພັນເອກ ເພັດທອງຄູນ ວົງຜາຈັນ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ຫ້ອງປະຊຸມກົມນໍ້າມັນເຊື້ອໄຟ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມ, ຫ້ອງການ, ພະແນກການແລະກົມກອງທີ່ຂຶ້ນກັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນທະຈັກໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ, ຜູ້ເກົ່າໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່, ຕະຫຼອດໄລຍະຊຸມປີຜ່ານມາ ຄະນະພັກ-ຄະນະບັນຊາກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ໄດ້ເອົາໃສ່ຕໍ່ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານສະມາຊິກພັກ ແລະ ນັກຮົບທຸກສະຫາຍໃນທຸກຂະແໜງການວິຊາສະເພາະນໍ້າມັນເຊື້ອໄຟ ໃຫ້ມີສະຕິ ລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງສັດຕູ, ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດທຸກມະຕິຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບວາງອອກຢ່າງເຂັ້ມງວດ, ຊີ້ນໍາບັນດາສາງນໍ້າມັນທີ່ຂຶ້ນ ກັບຈັດຕັ້ງກໍາລັງປະຈຳການໃຫ້ເປັນປົກກະຕິ, ເຄື່ອນໄຫວຕາມພາລະບົດບາດຕາມການຈັດຕັ້ງຂັ້ນເທິງມອບໃຫ້, ດ້ານວຽກງານວິຊາສະເພາະໄດ້ເປັນເສນາທິການໃຫ້ແກ່ກົມໃຫຍ່ພະລາທິການກອງທັບ, ກໍຄືກະຊວງປ້ອງກັນປະເທດ ໃນການສະຫຼຸບ-ສັງລວມ, ເກັບກໍາສະຖິຕິ, ຂຶ້ນແຜນງົບປະມານຄວາມ ຕ້ອງການນໍ້າມັນເຊື້ອໄຟ, ອຸປະກອນເຕັກນິກ ແລະ ບົວລະບັດສ້ອມແປງສາງນໍ້າມັນ ກໍຄືພາຫະນະເຕັກນິກ, ພົວພັນປະສານ ກັບພາກສ່ວນກ່ຽວຂ້ອງໃນການ ຈັດຊື້ນໍາເຂົ້ານໍ້ານມັນເຊື້ອໄຟ ຮັບໃຊ້ກອງທັບໄດ້ຕາມແຜນການທີ່ຂັ້ນເທິງອະນຸມັດ, ປັບປຸງ ແລະ ສ້າງນິຕິກຳໃນການຄຸ້ມຄອງ-ນໍາໃຊ້ນໍ້າມັນໃນກອງທັບ, ເບີກຈ່າຍສະໜອງຮັບປະກັນນໍ້າມັນເຊື້ອໄຟໃຫ້ທຸກການເຄື່ອນໄຫວຂອງກອງທັບ ພ້ອມກັນນັ້ນ ກໍມີສ່ວນແຮສໍາຮອງໄວ້ ເພື່ອຮັບປະກັນໃຫ້ວຽກງານຮີບດ່ວນບັງເອີນຂອງຂັ້ນເທິງ, ຈັດຊື້ ແລະ ປະກອບອຸປະກອນນໍ້າມັນເຊື້ອໄຟໃຫ້ບັນດາກົມກອງໄດ້ຢ່າງທົ່ວເຖິງ, ຟື້ນຟູສ້ອມແປງລົດຊີແຕັກ 6 ຄັນ ເພື່ອເຄື່ອນທີ່ເບີກຈ່າຍນໍ້າມັນ ໄດ້ 6 ຄັນ, ສະເໜີຂັ້ນເທິງດັດແປງລົດຂົນສົ່ງ 10 ລໍ້ເປັນຊີແຕັກໄດ້ 13 ຄັນ, ກໍ່ສ້າງປໍ້ານໍ້າມັນທັນສະໄໝຂັ້ນກະຊວງໄດ້ 1 ແຫ່ງ ແລະ ກົມກອງໄດ້ 5 ກົມກອງ, ກໍ່ສ້າງເພີ່ມເຕີມຖັງບັນຈຸນໍ້າມັນ ແລະ ຟື້ນຟູ ສາງນໍ້າມັນຂັ້ນຍຸດທະສາດ ໄດ້ 3 ແຫ່ງ, ມີບໍລິມາດບັນຈຸໄດ້ 3.000.000 ລິດ.ຈາກນັ້ນ, ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ກັບ ສະຫາຍ ພັນເອກ ເພັດທອງຄູນ ວົງຜາຈັນ ກໍໄດ້ເຊັນບົດບັກທຶກມອບ-ໜ້າທີ່ຢ່າງທາງການ.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ປະທານພິທີກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີມອບ-ຮັບໜ້າທີ່ໃໝ່, ກ່ອນອື່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະກົມນໍ້າມັນເຊື້ອຜູ້ເກົ່າທີ່ໄດ້ເອົາໃຈໃສ່ຕັ້ງໜ້າປະກອບສ່ວນອັນສໍາຄັນເຂົ້າວຽກງານການເມືອງຂອງກົມກອງທີ່ການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງມີຜົນສໍາເລັດຈົບງາມ ແລະ ການມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂໃນທຸກດ້ານ, ທັງເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ສັບປ່ຽນບ່ອນປະຈໍາການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ຄວາມຮູ້, ຄວາມສາມາດຕົວຈິງ ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານໃຫ້ມີຜົນສໍາເລັດ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍ່ຄືການປະຕິບັດໜ້າທີ່ການເມືອງຂອງກົມກອງຕົນ ທີ່ການຈັດຕັ້ງຂັ້ນເທິງພັກ-ລັດ ແລະ ກອງທັບມອບໝາຍໃຫ້ມີຜົນສໍາເລັດຈົບງາມຕະຫຼອດໄປ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ