
ມອບເງິນໃຫ້ສູນເຝິກ-ອົບຮົມ ກອງພົນທີ 2
ເວລາອອກຂ່າວ: 2024-06-18 09:00:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:
ໃນວັນທີ 7 ມິຖຸນາ 2024 ນີ້, ສະຫາຍ ພົນຈັດຕະວາວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 ພ້ອມດ້ວຍຄະນະ ໄດ້ນຳເອົາເງິນສົດ ຈຳນວນ
195.200.000 ກີບ ໄປມອບ ໃຫ້ສູນເຝິກ-ອົບຮົມ ກອງພົນທີ 2 ເພື່ອນຳໄປປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ໃຫ້ມີຄວາມແໜ້ນໜາຖາວອນ, ກ່າວຮັບໂດຍ ສະຫາຍ ພັນໂທ ຄຳແພງ ແສງມະນີ ຫົວ ໜ້າການເມືອງ ສູນເຝິກອົບຮົມ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນໂທ ຄຳແພງ ແສງມະນີ ໄດ້ສະແດງຄວາມຂອບໃຈ ມາຍັງ ຄະນະພັກ-ຄະນະບັນຊາກອງພົນ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ກະຕຸກຊຸກຍູ້, ຊ່ວຍເຫຼືອ ສູນເຝິກອົບຮົມຕະຫຼອດມາ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສ້າງສາພັດທະນາກົມກອງ ໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນນຳໃຊ້ເຂົ້າໃນການກໍ່ສ້າງເຮືອນນອນພະນັກງານ-ນັກຮົບ ຂະໜາດ 8,7x37 ແມັດ ໃຫ້ໄດ້ຮັບໝາກ
ຜົນສູງ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມໂຄງການກໍ່ສ້າງເຮືອນນອນດັ່ງກ່າວ ຕື່ມອີກ.
ໂດຍ: ອານຸສັກ ອຳພັນວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ