ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ສູນຝືກກອງພົນທີ5 ສໍາເລັດການຫັດແອບຍິງລູກປືນແທ້ໃຫ້ນັກຮຽນນາຍສີບຊຸດທີ8
ເວລາອອກຂ່າວ: 2024-06-17 15:11:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1825 | ຄວາມນິຍົມ:



ໃນຄັ້ງວັນທີ16 ມິຖຸນາ 2024 ຜ່ານມານີ້, ສູນຝືກກອງພົນທີ5 ໄດ້ສໍາເລັດການຫັດແອບຍິງລູກປືນແທ້ໃຫ້ແກ່ນັກຮຽນນາຍສິບ ຊຸດທີ8 ຂຶ້ນໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄໍາສີງ ຫົວໜ້າການເມືອງກອງພົນທີ5 ມີຄະນະພັກ -ຄະນະບັນຊາ ອົງການ 5 ຫ້ອງອໍານວຍການສູນຝືກ, ແຂກເຊີນ, ອໍານວຍການໂຮງຮຽນທ້ອງຖີ່ນ, ນາຍບ້ານໆ ປາອາວ ແລະ ບ້ານທ່າກວ້າງ, ພ້ອມດ້ວຍພະນັກງານ-ຄູອາຈານ, ພ້ອມດ້ວຍນັກຮຽນນາຍສິບຊຸດທີ 8 ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສັນຕິ ເມກສະຫວັນ ຫົວໜ້າພະແນກເສນາອົບຮົມສູນຝືກ ກໍ່ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຫັດແອບ ພາກທິດສະດີ ແລະ ພາກປະຕິບັດຕົວຈີງ ໃນໄລຍະຜ່ານມາ, ຜ່ານການຫັດແອບຍີງລູກປືນແທ້ຕົວຈີງ ສາມາດຮັບປະກັນໄດ້ຄວາມປອດໄພ 100% ພະນັກງານ-ຄູອາຈານ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ ເຮັດໃຫ້ການຫັດແອບຄັ້ງນີ້ມີຜົນສໍາເລັດຕາມຄາດໜາຍ, ການຫັດແອບຍິງລູກປືນແທ້ໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ນັກຮຽນຮັບຮູ້ເຖິງຄຸນຄ່າ ສະມັດຕະພາບຂອງປືນແຕ່ລະຊະນິດ, ກໍາໄດ້ບັນດາທິດສະດີຫຼັກການ ສາມາດນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈີງໃນກົມກອງ ໃຫ້ມີຄວາມຊໍານິຊໍານານຄ່ອງແຄ້ວສາມາດເຮັດສໍາເລັດໜ້າທີ່ ໂອກາດດັ່ງກ່າວ ເພື່ອເຮັດໃຫ້ການຫັດແອບຍິງລູກປືນແທ້ຄັ້ງນີ້ ມີຄວາມໝາຍຄວາມສໍາຄັນໃຫ້ແກ່ນັກຮຽນຊຸດນີ້ ສະຫາຍ ພົນຈັດຕະວາ ສີປະເສີດ ເຜີຍຄໍາສີງ ຫົວໜ້າການເມືອງກອງພົນທີ 5 ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະອໍານວຍການສູນຝຶກ ພະນັກງານຄູອາຈານທີ່ໄດ້ເອົາໃຈໃສ່ຊີ້ນໍາສິດສອນດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ການຫັດແອບຄັ້ງນີ້ສໍາເລັດໄປດ້ວຍດີຈາກນັ້ນມະຫາຍຍັງໄດ້ເນັ້ນໜັກໃຫ້ນັກຮຽນທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງພ້ອມກັນ ນໍາເອົາບັນດາທິດສະດີຫຼັກການ ແລະ ພຶດຕິກຳການຫັດແອບຕົວຈີງໃນຄັ້ງນີ້ ນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈີງ, ຈາກນັ້ນກໍ່ຕ້ອງເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົວເອງໃນທຸກດ້ານເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ດີຂອງກອງທັບ.ໃນໂອກາດທີ່ສູນຝຶກກອງພົນທີ5 ຫັດແອບຍີງລູກປືນແທ້ຄັ້ງນີ້ອົງການຈັດຕັ້ງມະຫາຊົນຊາວໝຸ່ມສະຫະພັນຍີງສູນຝຶກຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜື່ງມູນຄ່າ2,800,000ກີບມາມອບໃຫ້ຄະນະຊີ້ນຳ,ພະນັກງານ-ຄູອາອາຈານ,ນັກຮຽນທີ່ຝຶກແອບຮໍ່າຮຽນໃນຄັ້ງນີ້ອີກດ້ວຍ. ພາບ-ຂ່າວໂດຍ: ບຸນລົມ ສີພັນດົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ