ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ມອບ-ຮັບຫົວໜ້າຫ້ອງພະລາທິິການ ວຕກ ລະຫວ່າງຜູ້ເກົ່າແລະຜູ້ໃໝ່
ເວລາອອກຂ່າວ: 2024-06-17 15:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1715 | ຄວາມນິຍົມ:



ວັນທີ14 ມິຖຸນາ 2024 ນີ້, ວິທະຍາຄານເຕັກນິກການທະຫານໄດ້ມອບ-ຮັບຫົວໜ້າ ຫ້ອງພະລາທິການ ລະຫວ່າງ ສະຫາຍ ພັນເອກ ທອງສອນ ຕູໄຊລີຢາ ຮອງອໍານວຍການ ຫົວໜ້າຫ້ອງພະລາທິການ ວຕກ ຜູ້ເກົ່າ ແລະ ສະຫາຍ ພັນເອກ ວົງນະຄອນ ພົມມະຈັກ ຮອງຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ເປັນຫົວໜ້າຫ້ອງພະລາທິການ ວຕກ ຜູ້ໃໝ່. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ອໍານວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ. ມີບັນດາຄະນະພັກ-ຄະນະອໍານວຍການ, ບັນດາສະຫາຍຕາງໜ້າຫ້ອງ,ຄະນະວິຊາ, ສູນຝຶກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ທອງສອນ ຕູໄຊລີຢາ ຫົວໜ້າຫ້ອງພະລາທິການຜູ້ເກົ່າໄດ້ສະຫຼຸບການເຄື່ອນໄຫວວຽກງານພະລາທິການຂອງ ວຕກ ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນໍາ ນໍາພາໂດຍກົງຮອບດ້ານຂອງ ຄະນະພັກ-ຄະນະອໍານວຍການ ວຕກ, ການປະຕິບັດວິຊາສະເພາະສາຍຕັ້ງແມ່ນຂຶ້ນກັບກົມໃຫຍ່ພະລາທິການກອງທັບ ໂດຍອີງຕາມ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, 2ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໃນນັ້ນແມ່ນຮັບຜິດຊອບວຽກງານພະລາທິການ ຮັບປະກັນການແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ, ນັກສຶກສາທົ່ວວິທະຍາຄານ ເປັນຕົ້ນແມ່ນວຽກງານປັບປຸງພື້ນຖານໂຄງລ່າງ, ຮັບປະກັນການເງິນ, ນໍ້າມັນເຊື້ອໄຟລໍາລຽງຂົນສົ່ງ, ດູແລຮັກສາສຸຂະພາບ ແລະ ວຽກງານຜະລິດປູກຝັງລ້ຽງສັດ, ບໍລິການສ້າງລາຍຮັບໃຫ້ ວິທະຍາຄານເຕັກນິກການທະຫານ. ຕະຫຼອດວາລະດໍາລົງຕໍ່າແຫນ່ງ ຮັບຜິດຊອບວຽກງານດັ່ງກ່າວຂອງ ສະຫາຍ ຫົວໜ້າຫ້ອງພະລາທິການ ວຕກ ຜູ້ເກົ່າໄດ້ ຕັງໜ້າສຸມທຸກເຫຶ່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນວຽກງານລວມຂອງ ວິທະຍາຄານ ເວົ້າລວມ, ເວົ້້າສະເພາະແມ່ນວຽກງານພະລາທິການຕາມ ຂໍ້ກໍານົດ ກົດລະບຽບຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບແຕ່ລະຂັ້ນສອດຫ້ອຍເຂົ້າທຸກຂະບວນການຂອງກົມກອງ. ໂອກາດດຽວນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ປະທານພິທີກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດໃນດ້ານຕ່າງໆທີ່ທາງ ຫົວໜ້າຫ້ອງະລາທິການຜູ້ເກົ່າ ທີ່ໄດ້ເອົາໃຈໃສ່ຕັ້ງໜ້າປະກອບສ່ວນເຮັດວຽກງານຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມທັງຈາລຶກຄຸນງາມຄວາມດີ ໃຫ້ພະນັກງານຮຸ່ນສືບທອດປ່ຽນແທນໄດ້ຮັບຮູ້ ແລະ ເອົາເປັນແມ່ແບບໃນການປະຕິບັດໜ້າວິຊາສະເພາະ ແລະ ສະແດງຄວາມປິຕິຍິນດີ ພ້ອມທັງຮຽກຮ້ອງມາຍັງຫົວໜ້າ ຫ້ອງພະລາທິການຜູ້ໃໝ່ ຈົ່ງຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກໃນການຊີ້ນໍາ-ບັນຊາ, ເຕົ້າໂຮມຄວາມສາມັກຄີພາຍໃນກົມກອງ, ພ້ອມແບກຫາບພາລະກິດດ້ວຍການຍົກສູງຄວາມຮັບຜິດຊອບດ້ານວິຊາສະເພາະ ເປັນເຈົ້າການ, ຫົວຈັກຫຼັກແຫຼ່ງ ຊ່ວຍເຫຼືອ ຊຸກຍູ້ ວຽກງານປັບປຸງພັດທະນາກົມກອງໃຫ້ມີຄວາມກ້າວໜ້າ ທັນສະໄໝຂຶ້ນໄປເລື້ອຍໆ. ໂດຍ ເພັດນາລີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ