
ມອບ-ຮັບລະຫວ່າງຮອງຫົວໜ້າຫ້ອງການເມືອງ ກອງພົນທີ1 ຜູ້ເກົ່າແລະຜູ້ໃໝ່
ເວລາອອກຂ່າວ: 2024-06-17 10:28:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1073 | ຄວາມນິຍົມ:
ໃນວັນທີ12 ມິຖຸນາ 2024 ນີ້, ກອງພົນທີ1 ໄດ້ມອບ-ຮັບໜ້າທີ່ຮອງຫົວໜ້າຫ້ອງການເມືອງ ກອງພົນທີ1 ລະຫວ່າງ ພັນໂທ ພອນທອງ ສຸວັນດີ ຮອງຫົວໜ້າຫ້ອງການເມືອງຜູ້ເກົ່າ ແລະ ສະຫາຍ ພັນໂທ ສຸນິຄອນ ພາບມີໄຊ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ1 ຜູ້ໃໝ່ ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ1, ມີບັນກາພະແນກການທີ່ກ່ຽວຂ້ອງ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ພອນທອງ ສຸວັນດີ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ1 ຜູ້ເກົ່າ ໄດ້ລາຍງານຫຍໍ້ ໄລຍະໜຶ່ງທີ່ຕົນເອງໄດ້ຮັບໜ້າທີ່ເປັນ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການເມືອງກອງພົນທີ1 ຜ່ານການເປັນຄະນະຫ້ອງໄດ້ຊີ້ນຳພະນັກງານ-ນັກຮົບທົ່ວຫ້ອງການເມືອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ ມະຕິຄຳສັ່ງ ແລະ ການມອບໝາຍຂອງຂັ້ນເທິງ ໃນນີ້ໄດ້ຊີ້ນຳລົງເລິກ 04 ພະແນກການຄື: ພະແນກຊາວໜຸ່ມ, ພະແນກສະຫະພັນແມ່ຍິງ, ພະແນກໂຄສະນາ-ອົບຮົມ, ພະແນກບໍລິຫານ. ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເຊິ່ງມີຜົນງານຫຼາຍດ້ານມີຜົນສຳເລັດຢ່າງຈົບງາມ, ບັນຫາປະກົດການຫຍໍ້ທໍ້ສາມາດແກ້ໄຂໄດ້ທັນເວລາ, ຮັກສາຄວາມສະຫງົບພາຍໃນກົມກອງໄດ້ເປັນຢ່າງດີ ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກກອງພົນ ເປັນເຂັມຊີ້ທິດ ໃຫ້ມີສະຕິປັນຍາ, ຄວາມຮູ້ຄວາມສາມາດ ປະກອບສ່ວນເຂົ້າໃນວຽກງານທີ່ມີຄວາມຮັບຜິດຊອບສູງ, ພ້ອມກັນປັບປຸງກໍ່ສ້າງກົມກອງ, ຈັດຕັ້ງປະຕິບັດບັນດາວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງດ້ວຍດີ ແລະ ມີຜົນສຳເລັດຕະຫຼອດມາ ພ້ອມທັງລາຍງານໜ້າວຽກທີ່ໄດ້ຮັບຜິດຊອບໃນໄລຍະຜ່ານມາ ແລະ ວຽກທີ່ຈະຕ້ອງສືບຕໍ່ໃນສາຍພັກ ແລະ ສາຍລັດ ເພື່ອໃຫ້ສະຫາຍ ພັນໂທ ສຸນິຄອນ ພາບມີໄຊ ເປັນຜູ້ຮັບຊ່ວງສືບຕໍ່ ໃນການຊີ້ນຳ-ນຳພາກົມກອງ ແລະ ພ້ອມເຊັນບົດບັນທຶກເພື່ອເປັນຫຼັກຖານ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ປະທານ ໄດ້ໂອ້ລົມ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງທຸກສະຫາຍໃນໄລຍະຜ່ານມາ, ການປັບປຸງບູລະນະກົງຈັກການຈັດຕັ້ງແມ່ນກົດເກນແຫ່ງການຂະຫຍາຍຕົວຂອງໜ້າທີ່ການເມືອງ, ແຕ່ລະສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ນີ້ລ້ວນແຕ່ງມີຕວາມຮູ້ຄວາມສາມາດ, ມີວິໄສທັດໃນການປັບປຸງກໍ່ສ້າງກົມກອງ ກໍ່ຄືອົງການຈັດຕັ້ງທີ່ຕົນເອງຮັບຜິດຊອບ, ສືບຕໍ່ຮັກສາຄວາມສາມັກຄີ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບໃນຖັນແຖວກອງທັບໃຫ້ມີຄຸນທາດການເມືອງໜັກແໜ້ນ, ພ້ອມທັງຍົກສູງວຽກງານທີ່ຕົນເອງຮັບຜິດຊອບແລະຈັດຕັ້ງປະຕິບັດຕາມທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ ຢ່າງສະຫງ່າງາມ.
ຂຽນໂດຍ ຄຳພຸດ ພານຸວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ