ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ມອບ-ຮັບຫ້ອງການຄະນະຊີ້ນໍາ3 ຈຸດສຸມ ແຂວງໄຊສົມບູນ ລະຫວ່າງ ກອງບັນຊາການທະຫານແຂວງໄຊສົມບູນ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-06-17 10:27:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1129 | ຄວາມນິຍົມ:



ໃນວັນທີ15 ມິຖຸນາ 2024 ນີ້, ຢູ່ທີ່ສະໂມສອນຫ້ອງການຄະນະຊີ້ນໍາ3 ຈຸດສຸມ ແຂວງໄຊສົມບູນ ໄດ້ມອບ-ຮັບຫ້ອງການຄະນະຊີ້ນໍາ3 ຈຸດສຸມແຂວງໄຊສົມບູນ ລະຫວ່າງ ກອງບັນຊາການທະຫານແຂວງໄຊສົມບູນ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນສັກຄີພະຍານຂອງ ສະຫາຍ ພົນໂທ ສາດສະດາຈານ ປ.ອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຜູ້ຕ່າງໜ້າມາຈາກຫ້ອງວ່າການກະຊວງປ້ອງກັນເທດ, ບັນດາກົມທີ່ກ່ຽວຂ້ອງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ພ້ອມດ້ວຍກົມກອງອ້ອມຂ້າງແຂວງເຂົ້າຮ່ວມ, ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ ຕະຫຼອດໃນໄລຍະທີ່ຜ່ານມາ ກົມກອງໄດ້ອໍານວຍຄວາມສະດວກໃນຫຼາຍດ້ານ ເປັນຕົ້ນ: ການພັກເຊົາ, ການໃຫ້ບໍລິການ ຮັບແຂກ ຈາກການນໍາຂັ້ນສູງ, ກະຊ້ວງປ້ອງກັນເທດ, ກົມກອງເພື່ອນ ແລະ ອື່ນໆ ພ້ອມທັງເປັນເຈົ້າການປົກປັກຮັກສາ ແລະ ອານະໄມຕ່າງໆ ເຮັດໃຫ້ຫ້ອງການດັ່ງກ່າວນີ້ ມີຄວາມສະອາດຈົບງາມ ແລະ ນໍາໃຊ້ໄດ້ຍາວນານ, ພິທີດັ່ງກ່າວ ຍັງໄດ້ເຊັນບົດບັນທຶກ ມອບ-ຮັບ ຫ້ອງການຄະນະຊີ້ນໍາ 3 ຈຸດສຸມແຂວໄຊສົມບູນ ຂຶ້ນຢ່າງເປັນທາງການ ລະຫວ່າງ ກອງບັນຊາການທະຫານແຂວງໄຊສົມບູນ ກັບ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຕ່າງໜ້າກ່າວຮັບໃນຄັ້ງນີ້້ ໂດຍສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ໂອກາດນີ້ສະຫາຍ ກໍ່ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງ ກອງບັນຊາການທະຫານແຂວງທີ່ໃຫ້ການຄຸ້ມຄອງ ແລະ ປົກປັກຮັກສາໂດຍມາຕະຫຼອດ, ພ້ອມທັງຈະນໍາເອົາຫ້ອງການດັ່ງກ່າວນີ້ ໄປປັບປຸງຊ້ອມແປງ ພັດທະນາ ທາງດ້ານບໍລິການ ດ້ານຕ່າງໆ ໃຫ້ອໍານວຍຄວາມສະດວກດີຂຶ້ນ ແລະ ໄດ້ຮັບຜົນປະໂຫຍດສູງສຸດ. ພາບ-ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ