ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 605
ເວລາອອກຂ່າວ: 2024-06-17 10:23:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1319 | ຄວາມນິຍົມ:



ໃນວັນທີ14 ມິຖຸນາ 2024 ນີ້, ກອງພັນໃຫຍ່605 ໄດ້ປະກາດແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່605, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຄະນະພັກກົມໃຫຍ່ ຫົວໜ້າກົມປືນໃຫຍ່ໜ້າດິນກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານ, ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງກອງພັນໃຫຍ່ 605, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 20 ມີນາ 2024, ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ໄມສີ ມາວັນດີ ເປັນຫົວໜ້າການເມືອງກອງພັນໃຫຍ່ 605, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍທະຫານຂັ້ນສູງຢູ່ກອງພັນໃຫຍ່ 605 ໄປໃຫ້ກົມໃຫຍ່ເສນາທິການກອງທັບ, ໃນນີ້ ກະຊວງປ້ອງກັນປະເທດຕົກລົງ ຍົກຍ້າຍ ສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າການເມືອງກອງພັນໃຫຍ່ 605 ໄປຮັບໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ໄດ້ມີຄໍາເຫັນໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍຫົວໜ້າການເມືອງ (ຜູ້ເກົ່າ) ທີ່ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນທຸກວຽກງານນໍາພາ-ຊີ້ນຳຈົນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ໃນໄລຍະຜ່ນມາ, ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນ, ເອົາໃຈໃສ່ໃກ້ສິດຕິດແທດ ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບໝາກຜົນສູງ. ຂ່າວ: ນ. ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ