
ໂຮງຮຽນ 307 ປິດຊຸດອົບຮົມກໍ່ສ້າງເລັ່ງລັດເຕັກນິກກົດລັບ ຊັ້ນກາງ ຊຸດທີ 5 ແລະ ເຕັກນິກກົດລັບ ຊັ້ນຕົ້ນ ຊຸດທີ 25
ເວລາອອກຂ່າວ: 2024-06-17 08:46:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:
ວັນທີ 13 ມິຖຸນາ 2024 ນີ້, ໂຮງຮຽນ 307 ໄດ້ປິດຊຸດອົບຮົມກໍ່ສ້າງເລັ່ງລັດເຕັກນິກກົດລັບ ຊັ້ນກາງ ຊຸດທີ 5 ແລະ ເຕັກນິກກົດລັບ ຊຸດທີ 25 ປະ
ຈຳສົກຮຽນ 2023-2024 ໂດຍການເປັນປະທານ ສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງ
ໜ້າກົມໂຮງຮຽນ, ກົມອົບຮົມ, ກົມພະນັກງານ, ກົມກຳລັງພົນ, ຫ້ອງການເມືອງ ກົມໃຫຍ່ເສນາທິການ, ກົມກົດລັບກະຊວງປ້ອງກັນຄວາມສະຫງົບ, ພະແນກ
ອົບຮົມ-ພະແນກຈັດຕັ້ງກົມກົດລັບ, ຄະນະພັກ-ຄະນະອຳນວຍການ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນສະຫຼອງ ວິໄລຫານ ຫົວໜ້າການທະຫານໂຮງຮຽນ 307 ໄດ້ສະຫຼຸບຕີລາຄາຄືນການອົບຮົມ ກໍ່ສ້າງເລັ່ງລັດເຕັກນິກກົດລັບ ຊັ້ນກາງ ຊຸດທີ 5 ແລະ ກໍ່ສ້າງຊັ້ນຕົ້ນ ຊຸດທີ 25 ເຊິ່ງໃນໄລຍະຜ່ານມາ ນັກຮຽນແຕ່ລະສະຫາຍໄດ້ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ, ມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ, ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຢ່າງເປັນລະບົບ, ສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ບົດຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ຜ່ານການອົບຮົມຫັດແອບຕົວຈິງ ການກໍ່ສ້າງເລັ່ງລັດເຕັກນິກກົດລັບ ຊັ້ນກາງ ຊຸດທີ 5 ວິຊາວຽກງານພັກ-ວຽກງານການເມືອງ ຄະແນນດີເລີດ ເທົ່າກັບ 79,59%, ວິຊາລະບຽບງົດງາມ ຄະແນນດີເລີດ ເທົ່າກັບ 40,82%, ວິຊາທິດສະດີການເມືອງວິຊາສະເພາະຄະແນນດີເລີດ ເທົ່າກັບ 87,76%, ວິຊາເຕັກນິກກົດລັບພື້ນຖານ ຄະແນນດີເລີດ ເທົ່າກັບ 57,14%, ວິຊາເຕັກນິກຈັກລະຫັດ ຄະແນນດີເລີດ ເທົ່າກັບ
67,35% ແລະ ການກໍ່ສ້າງຊັ້ນຕົ້ນຊຸດທີ 25 ວິຊາສິດ ແລະ ໜ້າທີ່
ນາຍສິບ ຄະແນນດີເລີດ ເທົ່າກັບ 70%, ວິຊາລະບຽບງົດງາມ ຄະແນນດີເລີດ ເທົ່າກັບ 58%, ວິຊາທິດສະດີການເມືອງວິຊາສະເພາະ ຄະແນນດີເລີດ ເທົ່າກັບ 82,76%, ວິຊາເຕັກນິກກົດລັບພື້ນຖານຄະແນນດີເລີດ ເທົ່າກັບ 94,83%. ໂອກາດນີ້ຍັງໄດ້ປະດັບຊັ້ນໃຫ້ນັກຮຽນທີ່ຮຽນຈົບຊັ້ນຕົ້ນ ຈາກຊັ້ນສິບເອກ ຂຶ້ນ ວາທີ 2 ສະຫາຍ, ສິບໂທ ຂຶ້ນ ສິບເອກ 7 ສະຫາຍ, ຊັ້ນສິບຕີຂຶ້ນ ສິບໂທ 36 ສະຫາຍ. ພ້ອມທັງມອບປະກາຍະນີສະບັດໃຫ້ນັກຮຽນຈົບຢ່າງສົມກຽດ:
ໂດຍ: ບຸນເກີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ