
ຮາກຖານສະພັນແມ່ຍິງ ກອງພັນ 214 ດຳເນີນກອງປະຊຸມໃຫຍ່
ເວລາອອກຂ່າວ: 2024-06-17 08:40:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ:
ວັນທີ 12 ມິຖຸນາ 2024 ນີ້, ຮາກຖານສະຫະພັນແມ່ຍິງກອງພັນ 214 ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນ, ອົງການ, ກົມກອງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທົ່ວກອງພັນ 214 ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ວຽງສະໝອນ ແສງເພັດພູວົງ ເລຂາຮາກຖານສະຫະພັນແມຍິງກອງພັນ214 ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານໃນໄລນຍະຜ່ານມາ ເຊິ່ງຄະນະສະຫະພັນແມ່ຍິງ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ໂດຍການເຂົ້າຮ່ວມຮັບຟັງການເຜີຍແຜ່ບັນດາມະຕິ, ຄຳສັ່ງຕ່າງໆ ຂອງພັກ, ຂອງກອງທັບ ແລະ ບັນດາແຜນນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງ
ທັບ ແລະ ຂອງສູນກາງສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ ອັນໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ
ບັດສິນທຳປະຕິວັດ ສາມາດເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຄຽງຄູ່ກັນນີ້, ຄະນະສະຫະພັນແມ່ຍິງຍັງໄດ້ເອົາໃຈໃສ່ປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຂະບວນການຕ່າງໆທີ່ຂັ້ນເທິງ ກໍຄືກົມກອງຈັດຂຶ້ນ ເຮັດໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ. ຜ່ານການເຄື່ອນໄຫວເຮັດວຽກ
ງານຕົວຈິງ ໄດ້ໃບຍ້ອງຍໍປະເພດຕ່າງໆ ຈາກຂັ້ນເທິງ ຈຳນວນ 69 ສະຫາຍ, ໄດ້ໃບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງ 65 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນໜ່ວຍສະຫະພັນແມ່ຍິງ 3 ດີ 2 ໜ່ວຍ.
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຮາກຖານຊຸດໃໝ່ໄດ້ຕາມລະດັບຄາດໝາຍ.
ໂດຍ: ອໍາໄພ ແພງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ