ຄະນະກວດກາກຳລັງພົນ ກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວເກັບກຳຂໍ້ມູນ ຢູ່ສູນເຝິກລົດຕັງ-ຍານເກາະ 620
ເວລາອອກຂ່າວ: 2024-06-17 08:37:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:
ວັນທີ 10 ມິຖຸນາ 2024, ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວຕິດຕາມ, ກວດກາ, ເກັບກຳຂໍ້ມູນການຄຸ້ມຄອງ ດ້ານຈຳນວນພົນ ຂອງນາຍ ແລະ ພົນທະຫານ ຢູ່ສູນເຝິກລົດຕັງ-ຍານເກາະ 620, ໂດຍມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອີງຕາມ ຄຳສັ່ງແນະນຳ ຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການໃຫ້ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນ ອົງການ ແລະ ກົມກອງ ຂຶ້ນກັບຂັ້ນຕົນ ແລະ ອີງຕາມ ແຜນການກວດກາຈຳນວນພົນ ຂອງກົມໃຫຍ່ເສນາທິການກອງທັບ ເພື່ອຮັບປະກັນວຽກງານການຈັດຕັ້ງຜັນຂະ ຫຍາຍຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການໃຫ້ຈັດຕັ້ງກວດກາການຄຸ້ມຄອງກຳລັງພົນ ອົງການ ແລະ ກົມກອງທີ່ຂຶ້ນກັບຂັ້ນຕົນ ໃຫ້ຖືກຕ້ອງຕາມຫຼັກການ, ຈຸດປະສົງຄາດໝາຍ ເພື່ອສືບຕໍ່ປະຕິບັດຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດໃນການກວດກາສະກັດກັ້ນ ແລະ ແກ້ໄຂບັນຫາການໂຕນປະລະໜ້າທີ່ຈາກກົມກອງ, ການຮັກສາບັນຊີລາຍຊື່ຄົນບໍ່ມີໜ້າ ເພື່ອຮັກສາກຳລັງຕົ້ນຕໍໃນການປະຕິ ບັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບປົກປັກຮັກສາຄວາມເປັນເອກະລາດ ຂອງຊາດ ແລະ ກຽມພ້ອມຊ່ວຍເຫຼືອປະຊາຊົນຈາກໄພພິບັດຕ່າງໆ ແລະ ເພື່ອເພີ່ມທະວີການຄຸ້ມຄອງກຳລັງພົນ, ຮັບປະກັນໃນການການອົບຮົມວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນິກໃຫ້ພະນັກງານ-ນັກຮົບ ມີຄວາມ
ຊຳນິຊຳນານໃນການນຳໃຊ້ອາ ວຸດຍຸດໂທປະກອນໃນກອງທັບ.
ໂດຍ: ສີວິໄຊ ກິແກ້ວມໍລະກົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ