
ຫ້ອງເຕັກນິກ ກອງພົນທີ 2 ຖືສຳຄັນວຽກງານຄຸ້ມຄອງ, ບົວລະບັດ, ສ້ອມແປງ ພາຫະນະເຕັກນິກ
ເວລາອອກຂ່າວ: 2024-06-14 08:58:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 546 | ຄວາມນິຍົມ:
ສະຫາຍ ພັນເອກ ທອງນູ ເຊັງຫວ່າງ ຫົວໜ້າຫ້ອງເຕັກນິກ ກອງພົນທີ 2 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກອງທັບວ່າ: ຫ້ອງເຕັກນິກ ມີພາລະບົດບາດ ເປັນເສນາທິການດ້ານວຽກງານເຕັກນິກ ໃຫ້ແກ່ກອງພົນ, ໃນຜ່ານມາ ໂດຍພາຍໃຕ້ການນຳພາ-ຊີ້ນໍາ ຈາກຄະນະພັກ-ຄະນະບັນຊາກອງພົນ ຫ້ອງເຕັກນິກ ໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ຊີ້ນຳ ແລະ ຈັດຕັ້ງປະຕິບັດການຮັບປະກັນ ເຕັກນິກອາວຸດ-ກະສຸນ, ຍຸດໂທປະກອນ, ການປະກອບພາຫະນະເຕັກນິກສູ້ຮົບ ແລະ ຮັບໃຊ້ສູ້ຮົບຂອງກອງພົນ, ໄດ້ຊີ້ນຳຂະແໜງການເຕັກນິກທົ່ວກອງພົນ ໃຫ້ເອົາໃຈ
ໃສ່ຮັບປະກັນດ້ານວຽກງານເຕັກນິກ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ຄຸ້ມຄອງ, ກຳແໜ້ນຊະນິດ, ຈຳນວນ, ຄຸນນະພາບ ຂອງພາຫະນະ, ອາວຸດຍຸດໂທປະກອນ ທີ່ມີຢູ່ໃນກົມກອງ ເພື່ອລາຍງານຜູ້ບັນຊາ ແລະ ອົງການເຕັກນິກທີ່ກ່ຽວຂ້ອງເປັນປົກກະຕິ, ກຳແໜ້ນຄຸນລັກສະນະເຕັກນິກ, ຫຼັກການນຳໃຊ້, ເນື້ອໃນ, ຂັ້ນຕອນ, ການບົວລະບັດ, ການປົກປັກຮັກສາ ແລະ ການສ້ອມແປງພາຫະນະ, ອາວຸດຍຸດໂທປະກອນເຕັກນິກ, ຊີ້ນຳບັນດາກົມກອງ ປະຕິບັດລະບອບ, ລະບຽບ, ຫຼັກການ, ຂໍ້ກຳນົດ ຂອງວຽກງານເຕັກນິກໃຫ້ເຂັ້ມງວດ ພ້ອມທັງ ກຳແໜ້ນການຈັດຕັ້ງ ແລະ ເຄື່ອນໄຫວຂອງຂະແໜງການເຕັກນິກ, ການຄຸ້ມຄອງ, ນຳໃຊ້ງົບປະມານເຕັກນິກ ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່່ວຽກງານບົວລະບັດສ້ອມແປງ ພາຫະ
ນະເຕັກນິກ ເປັນບັນຫາສຳຄັນ ໂດຍອີງໃສ່ສະພາບການປະກອບພາຫະນະ, ອາວຸດ-ກະສຸນ ຂອງກອງທັບ ໃນປັດຈຸບັນສ່ວນຫຼາຍແມ່ນພາຫະນະ, ອາວຸດ-ກະສຸນທີ່ເກົ່າແກ່, ຜ່ານການບົວລະບັດ, ສ້ອມແປງມາແລ້ວຫຼາຍຄັ້ງ, ການຮັບປະກັນໃນການສູ້ຮົບ ແລະ ເຝິກແອບຮໍ່າຮຽນບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະແມ່ນ ອາວຸດ-ກະສຸນ ຂອງເຫຼົ່າຮົບປືນໃຫຍ່ປ້ອງກັນອາກາດ, ເຫຼົ່າຮົບປືນໃຫຍ່ໜ້າດິນ, ລົດຕັງ-ລົດຫຸ້ມເກາະ ແລະ ລົດລາກແກ່, ແຕ່ແນວໃດກໍຕາມ ເພື່ອເຮັດໃຫ້
ພາຫະນະ, ອາວຸດຍຸດໂທປະກອນເຕັກນິກ ສາມາດນຳໃຊ້ໄດ້ດີນັ້ນ ອົງການເຕັກນິກ ລວມທັງຂະແໜງການເຕັກນິກ ແລະ ບັນດາກົມກອງ ໄດ້ເອົາໃຈໃສ່ ບົວລະບັດຜັດເຊັດ, ສ້ອມແປງ, ເກັບມ້ຽນ, ສຳຮອງ ແລະ ຟື້ນຟູດັດແປງ ດ້ວຍຄວາມຮັບຜິດຊອບສູງ. ໃນໄລຍະ 1 ປີຜ່ານມາ ໄດ້ຈັດຕັ້ງສ້ອມແປງລົດ ທັງໝົດ 142 ເທື່ອຄັນ ປະກອບມີ: ລົດໃຫຍ່ລຳລຽງ ແລະ ລົດລາກແກ່ 68 ເທື່ອຄັນ ໃນນັ້ນ, ສ້ອມແປງລະດັບກາງ 14 ຄັນ, ສ້ອມແປງລະດັບເບົາ 54 ຄັນ, ລົດນ້ອຍ 74 ຄັນ ໃນນັ້ນ, ສ້ອມແປງລະດັບກາງ 4 ຄັນ, ສ້ອມແປງລະດັບເບົາ 70 ຄັນ ໂດຍການນຳໃຊ້ເງິນຮ່ວງສ້ອມແປງຂອງກອງພົນສະໜອງໃຫ້ 87.624.000 ກີບ ແລະ ຫ້ອງເຕັກນິກ ກຸ້ມຕົນເອງໃນການສ້ອມແປງ ເປັນເງິນ 52.632.000 ກີບ.
ນອກຈາກນີ້, ຍັງໄດ້ບົວລະບັດຜັດເຊັດ ຂັ້ນ I ແລະ ອຸ່ນຈັກລົດເຄື່ອນທີ່ໄວ-ລົດແຮສຳຮອງ ທັງໝົດ 10 ຄັ້ງ, ຈັດຕັ້ງແລ່ນທາງຍາວ ພາຫະນະລົດຕາມຂໍ້ກຳນົດ
ຂອງຂັ້ນເທິງ ເຊັ່ນ: ລົດສູ້ຮົບ, ລົດອຸລານເຄື່ອນທີ່ໄວ ແລະ ລົດສຳຮອງສູ້ຮົບ 2 ຄັ້ງ, ກວດກາຈຳນວນ ແລະ ສະພາບເຕັກນິກລົດທົ່ວກອງພົນ ເພື່ອຕີລາຄາແບ່ງຂັ້ນຄຸນນະພາບສົ່ງໃຫ້ຂັ້ນເທິງຢ່າງເປັນປົກກະຕິ, ບົວລະບັດຜັດເຊັດ ແລະ ອຸ່ນຈັກ ລົດຕັງ-ລົດຫຸ້ມເກາະ ທັງໝົດ 11 ຄັ້ງ, ອຸ່ນຈັກແລ່ນໄລຍະສັ້ນ 2 ຄັ້ງ,
ຈັດຕັ້ງບົວລະບັດ ແລະ ສ້ອມແປງອາວຸດທຸກຊະນິດ ຈຳນວນ 39 ກະບອກ, ສ້ອມແປງເບົາປືນໃຫຍ່ໜ້າດິນ ຈຳນວນ 4 ກະບອກ, ສ້ອມແປງກາງປືນໃຫຍ່ປ້ອງກັນອາກາດຈຳນວນ 2 ກະບອກ, ສ້ອມແປງປືນກຳລັງໄຟແບກຫາບ ຈຳນວນ 33 ກະບອກ, ບົວລະບັດເຕີມລົມ, ນ້ຳມັນປືນໃຫຍ່ໜ້າດິນ ຈຳນວນ 20 ກະບອກ ແລະ ບົວລະບັດເຕີມລົມ, ນ້ຳມັນປືນ 76,2 ມມ ຈຳນວນ 12 ກະບອກ.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ